• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ, ຮັບປະກັນລັກສະນະສະເໝີພາບລະຫວ່າງບັນດານັກລົງທຶນ

      ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Yoshinori Katayama - ຮອງປະທານກຸ່ມບໍລິສັດ Mitsubishi ( ປະເທດ ຍີ່ປຸ່ນ), ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມານະພະຍາຍາມຂອງ ບັນດານັກລົງທຶນ ຍີ່ປຸ່ນ ຢູ່ ຫວຽດນາມ. 

ທ່ານ Yoshinori Katayama ແລະ ທ່ານ ຈິ້ງດີ່ງຢູ້ງ
      ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂສົ່ງເສີມບັນດານັກລົງທຶນໝູນໃຊ້ບັນດາເຕັກໂນໂລຢີທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍລະຫວ່າງບັນດານັກລົງທຶນ.
        ສ່ວນທ່ານ Yoshinori Katayama - ຮອງປະທານກຸ່ມບໍລິສັດ Mitsubishi ໄດ້ຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການສ້າງເງື່ອນໄຂຂອງລັດຖະບານ ຫວຽດນາມ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຊ່ວຍຝ່າຍຕ່າງໆ ທີ່ກ່ຽວຂ້ອງຍູ້ໄວຄວາມຄືບໜ້າໃນການເຈລະຈາ ເພື່ອແນໃສ່ສ້າງຂໍ້ຕົກລົງ, ຜັນຂະຫຍາຍການກໍ່ສ້າງ ແລະ ນຳໂຮງງານໄຟຟ້າໃຊ້ພະລັງງານຄວາມຮ້ອນ ຫວູງອ້າງ 2 ເຂົ້າເຄື່ອນໄຫວໂດຍໄວ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top