• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ຕ້ານໂລກລະບາດໂຄວິດ - 19

      ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ມອບເງິນໜູນຊ່ວຍຈາກລັດຖະບານ ຫວຽດນາມ ໃຫ້ແກ່ປະຊາຄົມ
ຊາວຫວຽດນາມ ອາໄສຢູ່ລາວ (ພາບ:
TTXVN)
      ຕອນບ່າຍວັນທີ 6 ສິງຫາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີມອບເງິນເປັນຈຳນວນ 40.000 USD  ເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ທີ່ສະໜັບສະໜູນໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ       ໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ. ນີ້ແມ່ນຂອງຂວັນໜູນຊ່ວຍພໍ່ແມ່ປະຊາຊົນອາໄສຢູ່ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ສະຖານທູດ ໄດ້ແຈ້ງໄປຍັງສະຖານກົງສູນໃຫຍ່ ຫວຽດນາມ ຢູ່ 3 ພາກຂອງລາວ ເພື່ອສົມທົບກັນ ກໍ່ຄືສະຫງວນການສະໜັບສະໜູນຢ່າງທັນການນີ້ໄປຍັງພໍ່ແມ່ປະຊາຊົນ, ພິເສດແມ່ນບັນດາພໍ່ແມ່ປະຊາຊົນຢູ່ບັນດາແຂວງຫ່າງໄກສອກຫຼີກ ແລະ ພວມຖືກຜົນກະທົບຢ່າງແຮງຈາກໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top