• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ແລະ ມານະພະຍາຍາມກູ້ເອົາຊີວິດຂອງຜູ້ຕິດເຊື້ອ

      ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຍອດສູງຂອງໂລກລະບາດໂຄວິດ - 19 ຄັ້ງທີ 2 ເມື່ອຈໍານວນຜູ້ຕິດເຊື້ອ, ຜູ້ເສຍຊີວິດ ແລະ ຈໍານວນທ້ອງຖິ່ນມີຜູ້ຕິດເຊື້ອກໍນັບມື້ນັບເພີ່ມຂຶ້ນ. ລັດຖະບານ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບັນດາກະຊວງ, ຂະແໜງການ, ວາງອອກບັນດາມາດຕະການ ແລະ ຄໍາຮຽກຮ້ອງດີທີ່ສຸດ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຢ່າງທັນການ. ພ້ອມກັນນັ້ນ, ລະດົມ ແລະ ນໍາໃຊ້ທຸກແຫຼ່ງກໍາລັງ, ວັດຖຸ, ພາຫະນະ, ອຸປະກອນຢ່າງມີປະສິດທິຜົນ ເພື່ອປ້ອງກັນ ແລະສະກັດກັ້ນໂລກລະບາດໄດ້ເປັນຢ່າງດີທີ່ສຸດ, ໂດຍສະເພາະແມ່ນບັນດາສະຖານທີ່ເປັນຈຸດໃຈກາງຂອງໂລກລະບາດຄື ດ່າໜັງ ແລະ ຖັດມາແມ່ນແຂວງກວ໋າງນາມ.
        ໂລກລະບາດໂຄວິດ - 19 ເຄີຍໄດ້ຮັບການກ່າວເຕືອນວ່າ ແມ່ນອັນຕະລາຍຫຼາຍສໍາລັບຜູ້ຄົນທີ່ມີພະຍາດປະຈໍາຕົວ. ດັ່ງນັ້ນ, ນັບແຕ່ທ້າຍເດືອນກໍລະກົດ 2020, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດເປັນຈໍານວນຫຼາຍຢູ່ໂຮງໝໍ 3 ແຫ່ງຢູ່ດ່າໜັງ, ລັດຖະບານຫວຽດນາມ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ກໍ່ໄດ້ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດທີ່ສຸດ.
ສຸມທຸກແຫຼ່ງກໍາລັງໜູນຊ່ວຍນະຄອນດ່າໜັງປ້ອງກັນ, ສະກັດກັ້ນໂລກລະບາດ
        ກະຊວງສາທາລະນະສຸກຫວຽດນາມໄດ້ຈັດສົ່ງນັກຊ່ຽວຊານພະແນກສຸກເສີນ ແລະ ພະແນກຫົວໃຈຊີບພະຈອນຂອງໂຮງໝໍ ແບກມາຍ (ຮ່າໂນ້ຍ) ພ້ອມດ້ວຍທິມງານແພດໝໍຂອງໂຮງໝໍ ເຈິເຣີ້ຍ, ນະຄອນ ໂຮ່ຈີມິນ ເຊິ່ງເປັນທິມງານທີ່ປິ່ນປົວໃຫ້ແກ່ຄົນເຈັບຊາວ ອັງກິດ ທີ່ມີອາການໜັກທີ່ສຸດໄດ້ຢ່າງສໍາເລັດຜົນນັ້ນ ເດີນທາງໄປຍັງນະຄອນດ່າໜັງ ເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ທີ່ພວມມີອາການເຈັບຮຸນແຮງ.

ທິມງານແພດໝໍຂອງໂຮງໝໍ ເຈິເຣີ້ຍ, ນະຄອນ ໂຮ່ຈີມິນ ກ່ອນທີ່ເດີນທາງໄປໜູນຊ່ວຍນະຄອນດ່າໜັງ  (ພາບ: ກະຊວງສາທາລະນະສຸກ)
      ພິເສດ, ພາຍຫຼັງຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເສຍຊີວິດໃນວັນທີ 13 ສິງຫາ, ກະຊວງສາທາລະນະສຸກ ໄດ້ສົ່ງນັກຊ່ຽວຊານແຖວໜ້າຂອງພະແນກປິ່ນປົວພະຍາດຕິດແປດ ແລະ ຫົວໃຈຊີບພະຈອນ ເດີນທາງໄປພາກກາງ ເພື່ອໜູນຊ່ວຍການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19. ນອກຈາກເລື່ອງພ້ອມກັບບັນດາແພດໝໍຂອງດ່າໜັງປິ່ນປົວໃຫ້ແກ່ຜູ້ເຈັບໜັກແລ້ວ, ໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຍັງໄດ້ຊີ້ນໍາແພດໝໍຂອງພະແນກຕ່າງໆ ຮັກສາການບົ່ງມະຕິພະຍາດຈາກທາງໄກ ຊ່ວຍບັນດາໂຮງໝໍຂັ້ນແຂວງປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19 ອີກດ້ວຍ.
        ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ເນັ້ນໜັກວ່າ ບໍ່ປະໃຫ້ໂລກລະບາດໂຄວິດ - 19 ແຜ່ລະບາດໃນໂຮງໝໍອີກຕໍ່ໄປ; ຕ້ອງກວດພົບ, ປ່ິປົວບັນດາກໍລະນີຕິດເຊື້ອໂດຍໄວ ແລະ ມີຕາຕະລາງປິ່ນປົວເໝາະສົມກັບແຕ່ລະກໍລະນີ.
        ພວກຂ້າພະເຈົ້າໄດ້ດັບປັບຕາຕະລາງປິ່ນປົວ 6 ຄັ້ງ. ສໍາລັບຄົນເຈັບຕິດເຊື້ອໂຄວິດ - 19 ແຕ່ລະຄົນ, ໄປຄຽງຄູ່ກັບການບົ່ງມະຕິພະຍາດ ແລະ ເຮັດວຽກເປັນກຸ່ມຂອງບັນດານັກຊ່ຽວຊານສຸກເສີນຢູ່ກັບບ່ອນແລ້ວ, ພວກຂ້າພະເຈົ້າກໍໄດ້ຈັດການບົ່ງມະຕິພະຍາດລະດັບຊາດຜ່ານທາງອອນລາຍລະຫວ່າງບັນດາຫົວໜ່ວຍປ່ິນປົວພະຍາດໂຄວິດ - 19 ແລະ ໜ່ວຍວິຊາການຂອງຄະນະກໍາມະການປ່ິນປົວກັບບັນດານັກຊ່ຽວຊານແຖວໜ້າຂອງຂະແໜງ, ພະນັກງານແພດໝໍ, ທຸກແຫຼ່ງກໍາລັງທີ່ຈໍາເປັນ  ແມ່ນຈະໄດ້ສຸມໃສ່ເພື່ອຄົ້ນຄວ້າ, ປິ່ນປົວໃຫ້ແກ່ຜູ້ເຈັບໜັກໃນປັດຈຸບັນ”.
        ມານະພະຍາຍາມສະກັດກັ້ນໂລກລະບາດ, ທັງຈໍາກັດກໍລະນີເສຍຊີວິດ
        ໃນໄລຍະ ທີ 2 ຂອງສະພາບການໂລກລະລາດໂຄວິດ - 19, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີ, ປະຊາຊົນກໍມີຄວາມອຸ່ນອຽນໃຈກວ່າ. ເພື່ອຫຼີກລ້ຽງສະພາບການໂລກລະບາດແຜ່ລະບາດ, ໂດຍສະເພາະແມ່ນຢູ່ໂຮງໝໍແຫ່ງຕ່າງໆ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງຂະແໜງສາທາລະນະສຸກສ້າງຂັ້ນຕອນແກ້ໄຂບັນດາກໍລະນີຖືກສົງໄສຕິດເຊື້ອໂຄວິດ - 19 ທີ່ບັນລຸມາດຕະຖານ. ທ່ານນາຍົກລັດຖະມົນຕີ ຖືວ່າ ອາດຈະຖອດຖອນໄດ້ຫຼັກສູດທີ່ມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນ “ກວດພົບ - ກວດພົບໄວ, ແຍກຕົວ - ແຍກຕົວໄວ, ກວດຫາເຊື້ອ - ກວດຫາເຊື້ອໃນວົງກວ້າງໂດຍໄວ”.
        ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຮຽກຮ້ອງຂະແໜງສາທາລະນະສຸກ ຕ້ອງຍູ້ແຮງຄວາມຄືບໜ້າໃນການຄົ້ນຄວ້າຢຸກຢາ, ວັກຊີນ, ສ້າງປະຫວັດຄົນເຈັບແບບເອເລັກໂຕນິກ, ພິເສດແມ່ນສ້າງຕາຕະລາຍປິ່ນປົວໃຫ້ບັນລຸປະສິດທິຜົນ, ໂດຍສະເພາະແມ່ນສໍາລັບຜູ້ເຈັບໜັກ ເພື່ອຈໍາກັດກໍລະນີເສຍຊີວິດ. ທ່ານກ່າວວ່າ:
        “ບັນດາກໍລະນີມີອາການໄອ, ເປັນໄຂ້, ປອດອັກເສບ.... ຕ້ອງກວດກາ ແລະ ແກ້ໄຂໃນທັນທີ. ຂ້າພະເຈົ້າສະເໜີໃຫ້ສືບຕໍ່ປະຕິບັດການແຍກຫ່າງສໍາລັບບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ, ຜູ້ອາຍຸສູງ, ຜູ້ເປັນໂລກຫົວໃຈ, ຜູ້ເປັນໂລກຊໍ້າເຮື້ອ...ເພື່ອຫຼີກລ້ຽງຄວາມສ່ຽງຕິດເຊື້ອ”.
        ສັບປະດາເຄັ່ງຮ້ອນທີ່ສຸດຂອງໂລກລະບາດໂຄວິດ - 19 ໄລຍະທີ 2 ໄດ້ກໍານົດວ່າ ແມ່ນຊຸມວັນຈະມາເຖິງ, ເພາະສະນັ້ນ ລັດຖະບານຫວຽດນາມ, ກະຊວງສາທາລະນະສຸກ ພ້ອມກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງອື່ນໆ ພວມຮ່ວມແຮງຮ່ວມໃຈສ້າງແບບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໃນຊຸມຊົນຢ່າງມີປະສິດທິຜົນທີ່ສຸດ. ພ້ອມກັນນັ້ນ, ກໍ່ປະຕິບັດຕາຕະລາງປິ່ນປົວຢ່າງຕັ້ງໜ້າໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19, ຫຼຸດຜ່ອນຈໍານວນຜູ້ເສຍຊີວິດລົງໃນລະດັບຕໍ່າສຸດ./.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top