• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ອະນຸລັກຮັກສາ, ພັດທະນາວັດທະນະທຳຂອງຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຍາມໃດ ລັດກໍ່ເອົາໃຈໃສ່ເປັນພິເສດ, ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນ, ສະຫງວນຫຼາຍແຫຼ່ງກຳລັງເພື່ອສ້າງສາ ແລະ ພັດທະນາວັດທະນະທຳ, ອະນຸລັກຮັກສາວັດທະນະທຳຂອງຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:Dương Giang/TTXVN)

ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນມູນເຊື້ອຂອງຂະແໜງວັດທະນະທຳ (28/8/1945 – 28/8/2023), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນໃນຂົງເຂດວັດທະນະທຳ 2023. ມີ 78 ແບບຢ່າງດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຍາມໃດ ລັດກໍ່ເອົາໃຈໃສ່ເປັນພິເສດ, ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນ, ສະຫງວນຫຼາຍແຫຼ່ງກຳລັງເພື່ອສ້າງສາ ແລະ ພັດທະນາວັດທະນະທຳ, ອະນຸລັກຮັກສາວັດທະນະທຳຂອງຊາດ. ທ່ານນາຍົກລັດຖະມົນຕີ ສະເໜີຜັນຂະຫຍາຍບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນ ສຸມໃສ່ຊາບຊຶມ ແລະ ຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ , ຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງປະຕິບັດສຳເລັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການສ້າງວັດທະນະທຳ, ພັດທະນາວັດທະນະທຳຂອງຊາດໃຫ້ຈະເລີນ, ສ້າງມະນຸດ ຫວຽດນາມ ໄລຍະ 2026 – 2030, ວິໄສທັດຮອດ 2045.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top