ກິດຈະກຳທໍ່ສົ່ງນ້ຳມັນ ເຈື່ອງເຊີນ ໄດ້ຮັບການກໍ່ສ້າງນັບແຕ່ເດືອນ ເມສາ ປີ 1968, ເວລານັ້ນການບຸກໂຈມຕີ ແລະ ການລຸກຮື້ຂຶ້ນຂະໜາດໃຫຍ່ ເມື່ອລະດູບານໃໝ່ປີ ວອກ 1968 ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຢູ່ພາກໃຕ້ໄດ້ຮຽກຮ້ອງໃຫ້ມີການລຳລຽງໂດຍດ່ວນທີ່ສຸດ ແລະ ນ້ຳມັນກໍ່ແມ່ນປັດໄຈທີ່ສຳຄັນສຳລັບການຕໍ່ຕ້ານ. ພົນຈັດຕະວາ ໂຮ່ສີເຮົ້າ ອະດີດຫົວໜ້າກົມເສດຖະກິດສັງກັດກະຊວງປ້ອງກັນປະເທດ ນັກວິສາວະກອນອອກແບບທໍ່ສົ່ງນ້ຳມັນ ເຈື່ອງເຊີນ ຫວນຄືນວ່າ:
“ພວກຂ້າພະເຈົ້າກໍ່ໄດ້ເຮັດດ້ວຍຫຼາຍວິທີ. ທຳອິດກໍ່ຕ້ອງໃຊ້ຖົງຢາງນີລົງເພື່ອໃສ່ນ້ຳມັນ ແລ້ວກໍ່ໃຊ້ຖັງເພື່ອຫາບຜ່ານຈຸດທີ່ຕັ້ງທີ່ສຳຄັນທີ່ຍາວສອງສາມກິໂລແມັດ ແຕ່ກໍ່ຖືກສັດຕູຕີທຳລາຍ. ສຸດທ້າຍພວກຂ້າພະເຈົ້າກໍ່ເອົາສັງກະສີຈອດເປັນລະບົບທໍ່ເຊິ່ງຖືກຕິດກັນດ້ວຍຢາງໃນລົດໂອໂຕ ແຕ່ກໍ່ຖືກນ້ຳມັນທຳລາຍ. ນີ້ກໍ່ແມ່ນລະບົບທໍ່ພິເສດທີ່ສຸດໃນໂລກ”.
ຜູ້ທຳອິດທີ່ໄດ້ເຈາະຈີ້ມກ່ຽວກັບການນຳໃຊ້ສອງລະບົບທໍ່ສົ່ງນ້ຳມັນ ໂດຍອະດີດ ສະຫະພາບໂຊວຽດ ຊ່ວຍເຫຼືອຢູ່ສະໜາມຮົບແມ່ນທ່ານພົນເອກ ຫວໍງວຽນຢາບ ຕໍ່ຈາກນັ້ນຄະນະພັກກອງທັບສູນກາງໄດ້ຕົກລົງນຳໃຊ້ລະບົບທໍ່ກາງສະໜາມນີ້ ເພື່ອຂົນສົ່ງນ້ຳມັນເຊື້ອໄຟລຳລຽງໃຫ້ແກ່ສະໜາມຮົບພາກໃຕ້. ພັນເອກ ຫງວຽນວັນຕ໋າວ ອະດີດຮອງຫົວໜ້າພະແນກທໍ່ສົ່ງ, ກົມນ້ຳມັນເຊື້ອໄຟ 559 ຫວນຄືນວ່າ:
“ເມື່ອດຳເນີນການກໍ່ສ້າງຕິດຕັ້ງລະບົບທໍ່ດັ່ງກ່າວ, ພວກຂ້າພະເຈົ້າພວມລ້າງດ້ວຍນ້ຳເພື່ອກະກຽມສູບນ້ຳມັນ, ບັງເອີນສັດຕູໄດ້ຄົ້ນພົບ. ຕອນຄ່ຳມື້ທ້າຍເດືອນ ທັນວາ ປີ 1968 ລູກລະເບີດຂອງເຮືອບິນ B52 ໄດ້ຖິ້ມລົງກິ່ວ ມຸຢະ ແຂວງ ກວ໋າງບິ່ງ ທຳລາຍລະບົບທໍ່ນີ້”.
ລະບົບທໍ່ສົ່ງນ້ຳມັນ ເຈື່ອງເຊີນ ໃນຄາວນັ້ນກໍ່ປຽບເໝືອນຖານຮົບທີ່ມີການຕໍ່ສູ້ຢ່າງດຸເດືອດຂອງເຫຼົ່າຮົບເຕັກນິກຂອງກອງທັບປະຊາຊົນ ຫວຽດນາມ ກັບກຳລັງອາກາດທີ່ເຂັ້ມແຂງຂອງສັດຕູ ພ້ອມກັບອາວຸດທີ່ທັນສະໄໝໃນຄາວນັ້ນ. ພົນຈັດຕະວາ ໂຮ່ສີເຮົ້າ ໃຫ້ຮູ້ວ່າ:
“ຝ່າຍສັດຕູເຫັນວ່າ ບ່ອນໃດເປັນພື້ນທີ່ຕ່ຳເຂົາເຈົ້າກໍ່ໂຈມຕີ. ໃນຄາວນັ້ນເຮົາຕ້ອງຊອກບ່ອນເປັນພື້ນທີ່ສູງສຸດ, ແລະ ເປັນບ່ອນທີ່ສັດຕູບໍ່ຄິດເຖິງເຮົາຢູ່ຫັ້ນ ເພື່ອນຳທໍ່ສົ່ງນ້ຳມັນຂຶ້ນບ່ອນນັ້ນ ນີ້ແມ່ນວິທີການແກ້ໄຂທີ່ດີທີ່ສຸດ ເຊິ່ງບັນດາວິສາວະກອນຕ້ອງຄິດໄລ່ ສຸດທ້າຍພວກຂ້າພະເຈົ້າກໍ່ໄດ້ນຳລະບົບທໍ່ຂຶ້ນຈອມພູດ້ວຍຄວາມສູງ 911 ແມັດ. ວັນທີ 22 ທັນວາ ປີ 1969 ນ້ຳມັນໄດ້ສົ່ງຜ່ານໄລຍະທາງ 50ກມ ຈາກຕີນພູທາງກ້ຳຕາເວັນອອກສາຍພູຫຼວງໄປຍັງບ້ານ ກໍ໋ ປະເທດລາວຢູ່ກ້ຳຕາເວັນຕົກສາຍພູຫຼວງ”.
ໂດຍໄດ້ຜ່ານຜ່າການບຸກໂຈມຕີທຳລາຍຫຼາຍຄັ້ງຂອງທະຫານບົກສັດຕູໃນ 7 ປີເຂົ້າຮ່ວມການຂົນສົ່ງຍຸດທະສາດ ແຕ່ປີ 1968 – 1975 ລະບົບທໍ່ສົ່ງນ້ຳມັນ ເຈື່ອງເຊີນ ມີຄວາມຍາວນັບພັນກິໂລແມັດ ໄດ້ເຮັດສຳເລັດໜ້າທີ່ຢ່າງດີເດັ່ນ ຊ່ວຍລຳລຽງໃຫ້ແກ່ພາກໃຕ້ດ້ວຍນ້ຳມັນ 5,5 ລ້ານແມັດກ້ອນ ຊ່ວຍການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີ 1975 ປະສົບຜົນສຳເລັດ ລະບົບທໍ່ສົ່ງນ້ຳມັນນີ້ ໄດ້ປະກອບສ່ວນສ້າງໄຊຊະນະໃຫ້ແກ່ການຕໍ່ຕ້ານຕ້ານຈັກກະພັດອາເມລີກາ ກູ້ຊາດ. ທ່ານ ພົນຕີ ດົ່ງສີງວຽນ ຜູ້ບັນຊາການກອງກຳລັງ 559 ເຄີຍຢືນຢັນວ່າ ຖ້າຫາກເສັ້ນທາງສາຍພູຫຼວງແມ່ນເທດນິຍາຍນັ້ນລະບົບທໍ່ສົ່ງນ້ຳມັນນີ້ ກໍ່ແມ່ນເທບນິຍາຍໃນເທບນິຍາຍດັ່ງກ່າວ.