ຂ່າວສານ
ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິໂດຍໄວ
ໃນເວລາ 2 ໂມງເຊົ້າວັນທີ 23 ພະຈິກ, ຈາກ ສ.ອາຟະລິກາໃຕ້, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກເຊື່ອມຕໍ່ຢູ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງ ແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
ກ່າວຄຳເຫັນຊີ້ນຳ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃນເບື້ອງຕົ້ນໃຫ້ໜູນຊ່ວຍແຂວງ ເດັກລັກ ເປັນເງິນຈຳນວນ 500 ຕື້ດົ່ງ; ເລິມດົ່ງ 300 ຕື້ດົ່ງ, ຢາລາຍ 150 ຕື້ດົ່ງ, ແຄ໊ງຮວ່າ 150 ຕື້ດົ່ງ… ເພື່ອຊ່ວຍປະຊາຊົນເຮັດເຮືອນຢູ່, ແກ້ໄຂຊັນສິນສາທາລະນະ.
ທ່ານນາຍົກລັດຖະມົນຕີສະເໜີສຸມໃສ່ກວດກາຄືນ, ໜູນຊ່ວຍ, ສ້ອມແປງເຮືອນຢູ່ທີ່ເປ່ເພປະມານ 1.900 ຫຼັງ. ການສ້ອມແປງຕ້ອງປະຕິບັດສຳເລັດກ່ອນວັນທີ 30 ພະຈິກ 2025. ກ່ຽວກັບໂຮງຮຽນ, ຫ້ອງຮຽນໃຫ້ນັກຮຽນ, ສຸກສາລາ, ໂຮງໝໍ, ທ່ານນາຍົກລັດຖະມົນຕີສະເໜີກວດກາຄືນ, ລາຍງານກ່ອນວັນທີ 30 ພະຈິກ.
“ສະເໜີໃຫ້ການນຳບັນດາແຂວງ ດັກລັກ, ແຄ໊ງຮວ່າ, ຢາລາຍ, ເລິມດົ່ງ ຕິດຕາມບໍລິເວນ, ປະຊາຊົນ ແລະ ການຊີ້ນຳຂອງທຸກຂັ້ນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຢູ່ທ້ອງຖິ່ນ; ກຳແໜ້ນສະພາບການຢ່າງແໜ້ນແຟ້ນ, ເຮັດໃຫ້ສະພາບການຂອງປະຊາຊົນ, ການດຳລົງຊີວິດໃຫ້ເປັນປົກກະຕິໂດຍໄວ, ເປັນເຈົ້າການສະເໜີບັນດາກົນໄກ, ນະໂຍບາຍປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດນີ້ໃຫ້ໄວທີ່ສຸດ”.








