ວັນທີ 21 ເມສາ, ສື່ມວນຊົນ ເອີລົບ ໃຫ້ຂ່າວວ່າ ຢູ່ແກຼນ ໄດ້ສ້ອມແປງທໍ່ຂົນສົ່ງນ້ຳມັນຂອງ ລັດເຊຍ ໄປ ເອີລົບ Druzhba ທີ່ຖືກເປ່ເພເມື່ອຕົ້ນປີ 2026 ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່ການສະໜອງຄືນໃໝ່. ການກະທຳດັ່ງກ່າວແມ່ນເພື່ອແນໃສ່ແກ້ໄຂສິ່ງກີດຂວາງເຊິ່ງປະເທດນີ້ຕັ້ງຄວາມຫວັງວ່າຈະແມ່ນຮົ້ວກີດຂວາງສຸດທ້າຍເພື່ອຮັບປະກັນວ່າຈະໄດ້ຮັບບ້ວງເງິນໜູນຊ່ວຍນັບສິບຕື້ເອີໂລ.
ໃນຖະແຫຼງການໃນສື່ສັງຄົມອອນໄລ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຢູແກຼນ ໄດ້ປະຕິບັດການສ້ອມແປງທໍ່ສົ່ງນ້ຳມັນ Druzhba ທີ່ຖືກເປ່ເພສຳເລັດແລ້ວ ແລະ ພ້ອມແລ້ວທີີ່ຈະນຳເຂົ້າເຄື່ອນໄຫວຄືນໃໝ່.
ພາຍຫຼັງການຢັ້ງຢືນເລື່ອງສ້ອມແປງສຳເລັດແລ້ວ, ທ່ານປະທານາທິບໍດີ ຢູແກຼນ ໄດ້ແລກປ່ຽນກັບ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ ກ່ຽວກັບບ້ວງເງິນກູ້ຢືມທີ່ມີມູນຄ່າ 90 ຕື້ເອີໂລ (97,5 ຕື້ USD) ທີ່ຖືກໂຈະໄວ້ແຕ່ກ່ອນນັ້ນ.








