• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢືນຢັນພະລັງຊີວິດຂອງພາສາຝະຣັ່ງໃນປະຊາຄົມ

ວັນ​ບຸນ​ໃຊ້​ພາສາຝະຣັ່ງ ​ແລ​ະ ສະ​ເຫຼີ​ມສະຫຼອງ 
55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພະ​ແນ​ກ​ພາສາຝະຣັ່ງ
       ຕອນ​ເຊົ້າ​ວັນ​ທີ 18/03 ຢູ່​ມະຫາ​ວິທະຍາ​ໄລ​ພາສາຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ ຈັດ​ຕັ້ງ​ວັນ​ບຸນ​ໃຊ້​ພາສາຝະຣັ່ງ ​ແລ​ະ ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພະ​ແນ​ກ​ພາສາຝະຣັ່ງ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ Eric Normand Thibeault ຜູ້ຕາງໜ້າ​ພາກ​ພື້ນ ອາຊີ - ປາຊີ​ຟິກຂອງ​ອົງການຝະຣັ່ງ​ໂກ​ໂຟນີສາກົນ (OIF), ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູ​ດປະຈຳ ຮ່າ​ໂນ​້ຍ, ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ພະນັກງານ, ຄູ​ອາຈານທີ່​ມີ​ການ​ປະກອບສ່ວນ​​ເຂົ້າ​ໃນ​ຂະ​ບວນການ​ໃຊ້​ພາສາຝະຣັ່ງ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ໂດ​ຕ໋ວນມີ​ງ ອະທິການ​ບໍດີ​ມະຫາວິທະຍາ​ໄລ​ພາສາຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ ​ເນັ້ນ​ໜັກ​ວ່າ ດ້ວຍທິດ​ສະ​ດີ​ “ພ້ອມ​ກັນ​ສ້າງ​ກາລະ​​ໂອກາດ” ​ແລະ ຄຳ​ຂວັນ “ນິຍົ​ມ ​ແລະ ​ແບ່ງປັນ” ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ, ພະ​ແນ​ກ​ພາສາ ຝະຣັ່ງ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ດ້ວຍ​ມູນ​ເຊື້ອ 55 ປີຜ່ານມາ, ບໍ່​ພຽງ​ແຕ່​ນຳ​ໃຊ້​ພາສາ ຝະຣັ່ງ​ ​ໃນ​ການ​ສິດສອນ, ຄົ້ນຄວ້າ​ວິ​ທະ​ຍາ​ສາດ, ກາ​ນ ຮ່ວມ​ມື​ສາກົນ​ເທົ່າ​ນັ້ນ ຫາກ​ຍັງ​​ເຮັດ​ໃຫ້ພາ​ສາ ຝະຣັ່ງ​ນັບ​ມື້​ນັບ​ມີ​ພະລັງຊີວິດ​ໃນ​ປະຊາ​ຄົມ​ຢ່າງ​ບໍ່​ຢຸກຢັ້ງ​ອີກ​ດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top