ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ 13 ຕຸລາ, ຕອນຄ່ຳວັນທີ 11 ຕຸລາ, ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ເຊີດຊູ, ມອບນາມມະຍົດ “ ນັກທຸລະກິດ ຫວຽດນາມ ດີເດັ່ນ - ຂັນລາງວັນ ແທັງຢ໊ອງ” ປີ 2026.
ກຸ່ມນັກທຸລະກິດໄດ້ຮັບການເຊີດຊູໃນປີນີ້ ເປັນຕົວແທນໃຫ້ຂະແໜງວິສາຫະກິດທີ່ມີຍອດລາຍຮັບທັງໝົດກວ່າ 1,3 ລ້ານຕື້ດົ່ງໃນປີ 2025, ປະກອບເຂົ້າງົບປະມານແຫ່ງລັດ ປະມານ 97.000 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 273.000 ຄົນ.
ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ, ເນັ້ນໜັກວ່າ:
“ຂ້າພະເຈົ້າຫວັງວ່າ ນັກທຸລະກິດດີເດັ່ນ 100 ຄົນທີ່ໄດ້ຮັບການເຊີດຊູໃນມື້ນີ້ ພ້ອມກັບບັນດານັກທຸລະກິດທີ່ໄດ້ເຊີດຊູໃນຊຸມປີກ່ອນ, ບໍ່ພຽງແຕ່ເປັນແບບຢ່າງທີ່ບັນລຸຜົນສຳເລັດໃນການດຳເນີນທຸລະກິດເທົ່ານັ້ນ, ຫາກຍັງສືບຕໍ່ເປັນແກ່ນສານແຜ່ກະຈາຍຈິດໃຈນັກທຸລະກິດ ຫວຽດນາມ ໃນຍຸກສະໄໝໃໝ່, ຄາດຫວັງທີ່ຈະສ້າງວິສາຫະກິດມີຄວາມເຂັ້ມແຂງ, ເຄື່ອງໝາຍການຄ້າ ຫວຽດນາມ ຈະມີທີ່ຕັ້ງສູງໃນຕະຫຼາດໂລກອີກດ້ວຍ”.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ ຮ່າໂນ້ຍ ໄດ້ຈັດເວທີປາໄສ "ນັກທຸລະກິດນຳໜ້າ - ລັດຖະບານສ້າງສັນໃນສັງກາດໃໝ່", ເປັນໜຶ່ງໃນບັນດາການເຄື່ອນໄຫວເຊິ່ງ VCCI ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ ວັນທີ 13 ຕຸລາ.






