• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢຶດໝັ້ນເປົ້າໝາຍຄວບຄູ່ທັງຕ້ານໂລກລະບາດໃຫ້ສຳເລັດ, ທັງພັດທະນາເສດຖະກິດສັງຄົມ

      ຕອນເຊົ້າວັນທີ 04 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນ ສິງຫາ, ເພື່ອຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມໃນໄລຍະຜ່ານມາ, ປຶກສາຫາລືການກຳນົດທິດພັດທະນາໃນຊຸມເດືອນທ້າຍປີ ແລະ ເນື້ອໃນບາງຢ່າງທີ່ສຳຄັນອື່ນອີກ.    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
              ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ກອງປະຊຸມຈະລົງເລິກປຶກສາຫາລື ກ່ຽວກັບສະພາບການເສດຖະກິດສັງຄົມເດືອນສິງຫາ ຫຼື ບັນຫາການລົງທຶນສາທາລະນະໄລຍະກາງ ແລະ ບັນດາມາດຕະການຊຸກຍູ້ພື້ນຖານເສດຖະກິດພັດທະນາໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຂໍ້ສັງເກດວ່າ ຖ້າຫາກທົ່ວປະເທດມີຄວາມຕັດສິນໃຈ, ພ້ອມກັບການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດຖືກຕາມການຊີ້ນຳຂອງລັດຖະບານນັ້ນ ພື້ນຖານເສດຖະກິດຂອງປະເທດເຮົາໃນປີນີ້ ອາດຈະເຕີບໂຕທາງບວກໃນລະດັບ 2 – 3%, ນັ້ນກໍ່ແມ່ນການຕີລາຄາ, ຄາດຄະເນຂອງບັນດາອົງການຈັດຕັ້ງສາກົນ. 
        ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາບັນຫາພາສີອາກອນ, ຄ່າທຳນຽມ, ບັນດານະໂຍບາຍດຶງດູດການລົງທຶນພາຍໃນປະເທດ, FDI, ປະຕິຮູບລະບຽບການບໍລິຫານ ເພື່ອປຸກລະດົມບັນດາແຫຼ່ງກຳລັງສັງຄົມ ສ້າງກຳລັງໜູນ ເພື່ອໃຫ້ພື້ຶ້ນຖານເສດຖະກິດຜ່ານຜ່າໄລຍະຫຍຸ້ງຍາກ, ສືບຕໍ່ພັດທະນາແບບຍືນຍົງ, ດ້ວຍເນື້ອໃນຈິດໃຈແມ່ນຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດໃຫ້ສຳເລັດທັງພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
        “ທີ່ກອງປະຊຸມນີ້ ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ຮູ້ວ່າ ສະພາບການເສດຖະກິດສັງຄົມເດືອນສິງຫາ ມີການຫັນປ່ຽນຫລາຍຢ່າງເປັນໜ້າຊື່ນຊົມ. ໃນສະພາບການທີ່ຫຍຸ້ງຍາກຄືແນວນັ້ນ ພວກເຮົາໄດ້ຮັບການຕີລາຄາ ຢືນຢູ່ອັນດັບທີ 5, ທີ 6 ໃນກຸ່ມນຳໜ້າທີ່ມີພື້ນຖານເສດຖະກິດເຕີບໂຕໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top