• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: qdnd.vn)

ປີ 2024 ຫວຽດນາມ ໄດ້ສ້າງຂີດໝາຍຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ສ້າງປະຖົມປັດໄຈອັນສຳຄັນເພື່ອໃຫ້ທັງປະເທດບຸກທະລຸ, ຊຸກຍູ້ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ກ້າວເຂົ້າສູ່ສັງກາດໃໝ່ດ້ວຍຄວາມໝັ້ນແກ່ນ. ເນື່ອງໃນໂອກາດປີໃໝ່ 2025, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຜົນງານນີ້ໃນການເຄື່ອນໄຫວປະຕິຮູບຕຸລາການ, ພົວພັນຕ່າງປະເທດ ແລະ ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ເມື່ອແບ່ງປັນກ່ຽວກັບບັນດາຜົນງານໃນການເຄື່ອນໄຫວພົວພັນຕ່າງປະເທດ ປີ 2024, ບັນດາກຳນົດທິດໃຫ້ແກ່ວຽກງານພົວພັນຕ່າງປະເທດປີ 2025, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃຫ້ຮູ້ວ່າ ການພົວພັນຕ່າງປະເທດ - ການທູດ ຫວຽດນາມ ສືບຕໍ່ຢັ້ງຢືນໄດ້ບົດບາດນຳໜ້າພາທາງ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຢ່າງໝັ້ນແກ່ນ; ຮັບໃຊ້ການພັດທະນາ ແລະ ຍົກສູງທີ່ຕັ້ງ, ຖານະບົດບາດ, ອິດທິພົນໃໝ່ຂອງປະເທດໄດ້ເປັນຢ່າງດີ.

ກ່ຽວກັບບັນດາໜ້າທີ່ຈຸດສຸມເພື່ອປົກປັກຮັກສາປະເທດຊາດໃນສະພາບການໃໝ່, ທ່ານປະທານປະເທດ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top