• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງ​ຢຶນ​ເຄື່ອງ​ໝາຍ​ການ​ຄ້າ​ສິນ​ຄ້າ ຫວຽດ​ຢູ່ ງານ​ຕະຫຼາດ​ນັດ ຈີນ - ອາ​ຊຽນ

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ...
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ

ວັນທີ 12 ກັນຍາ, ງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ ອາຊຽນຄັ້ງທີ 22 ໄດ້ໄຂຂຶ້ນຢູ່ ນະຄອນ ນາມໜິງ, ຈີນ. ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ ແລະ ຊຸກຍູ້ການຮ່ວມມືວິທະຍາສາດ - ເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃນການຮ່ວມມືໃໝ່.

ບັນດາປະເທດ ອາຊຽນ ແລະ ຈີນ ຕ້ອງຕັ້ງໜ້າຊຸກຍູ້ບັນດາລະບຽບການ ລົງນາມ, ໃຫ້ສັດຕະຍາບັນທີ່ອາດສາມາດ ລົງນາມ ອະນຸສັນຍາ ວ່າດ້ວຍການຍົກລະດັບເຂດການຄ້າເສລີ ຈີນ - ອາຊຽນ (ACFTA) 3.0 ຢ່າງເປັນທາງການໃນປີນີ້, ສ້າງລະບົບກົດໝາຍພາຍໃນປະເທດໃຫ້ສົມບູນແບບ ສອດຄອ່ງກັບບັນດາຂໍ້ກຳນົດໃໝ່ຂອງສັນຍາ. ວິສາຫະກິດບັນດາປະເທດ ສະມາຊິກ ອາດສາມາດນຳໃຊ້ບັນດາຜົນປະໂຫຍດເຊິ່ງ ACFTA 3.0 ນຳມາໃຫ້ຢ່າງສຸດຂີດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.

Top