• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມົງ​ໂກນ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັນ ຫວຽດ​ນາມ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາໄດ້ມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 1 – 5 ພະຈິກ.
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະເຈລະຈາ ກັບທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh (ພາບ: TTXVN)

ຕອນບ່າຍວັນທີ 1 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານາທິບໍດີ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ມົງໂກນ ຢ່າງສົມກຽດ.

ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ເລື່ອງທ່ານປະທານາທິບໍດີ ມົງໂກນເລືອກເອົາ ຫວຽດນາມ ແມ່ນປະເທດທຳອິດໄປຢ້ຽມຢາມສອງຝ່າຍ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ແລະການນຳສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະພ້ອມກັນສືບຕໍ່ຊຸກຍູ້ການພົວພັນສອງປະເທດ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ, ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2024, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ, ມຸ່ງໄປເຖິງການສ້າງຕັ້ງຂອບເຂດການພົວພັນໃໝ່ໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top