• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້​ງ​ເຂດ​ອຸດ​ສາ​ຫະ​ກຳ ລາວ - ຫວຽດ​ນາມ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕັ້ງໜ້າສົມທົບກັນ, ກະກຽມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານສອງປະເທດຄັ້ງທີ 47 ໃຫ້ເປັນຢ່າງດີທີ່ສຸດ, ຕັດສິນໃຈສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ - ການລົງທຶນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ (ພາບ: VGP)
ຕອນບ່າຍວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທ່ານຮອງນາຍົກລັດຖະມົນຕີ ພວມມີການຢ້ຽມຢາມ ເຮັດວຽກຢູ່ ຫວຽດນາມ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕັ້ງໜ້າສົມທົບກັນ, ກະກຽມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານສອງປະເທດຄັ້ງທີ 47 ໃຫ້ເປັນຢ່າງດີທີ່ສຸດ, ຕັດສິນໃຈສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ - ການລົງທຶນ. ທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ຢັ້ງຢືນຈະສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ຫວຽດນາມ ມາລົງທຶນ, ດຳເນີນທຸລະກິດຢູ່ ລາວ, ພິເສດໃນບັນດາຂົງເຂດຍຸດທະສາດຄື: ພື້ນຖານໂຄງລ່າງ, ເຊື່ອມຕໍ່ຄົມມະນາຄົມ, ພະລັງງານ… ປາດຖະໜາຢາກຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຮ່ວມມືກັນເພື່ອປັບປຸງລະບົບນິຕິກຳແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສະເໜີຫວຽດນາມ ແບ່ງປັນບົດຮຽນປະສົບການຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ເປັນທ່າແຮງເພື່ອພັດທະນາ ແລະ ມຸ່ງໄປເຖິງການສ້າງຕັ້ງເຂດອຸດສາຫະກຳ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນ​ໄຫວ ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ ປີ 2026 ດ້ວຍສານ ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.

Top