• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື​ເຮັດ​ວຽກ​ທີ 2 ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ປະ​ລຶກ - ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16

ທ່ານ​ບຸຍ​ຮ່​ວາຍ​ເຊີນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອ​ນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ວຽກ​ງານ​ບຸກ​ຄະ​ລາ​ກອນ​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ຍ້ອນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່ ແລະ ຄວາມ​ຄາ​ດ​ຫວັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຈະໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ຜ່ານ​ກົງ​ຈັກ​ລັດ ແລະ ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ສູງ.
  ທ່ານ​ບຸຍ​ຮ່​ວາຍ​ເຊີນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອ​ນ​ຮ່າ​ໂນ້ຍ (ພາບ: VOV)  

ວັນ​ທີ 7 ເມ​ສາ, ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຈະ​ສືບ​ຕໍ່​ມື້​ເຮັດ​ວຽກ​ທີ 2. ຢູ່ນອກ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ຄວາມ​ຄາດ​ຫວັງ​ຕໍ່​ວຽກ​ງານ​ບຸກ​ຄະ​ລາ​ກອນ, ກໍ່​ຄື​ສ້າງ​ສ້າງ ລະ​ບອບ​ລະ​ບຽບ​ການ​ ແລະ ກຳ​ນົດ​ທິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ ສັງ​ຄົມ​ໃນ​ອາ​ຍຸ​ການ 2026 - 2031 ໃຫ້​ສົມ​ບູນ​ແບບ. ທ່ານ ຈູ​ແມັ້ງ​ຮຸງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ໄຕ​ນິງ ແບ່ງ​ປັນ​ວ່າ:

ດ້​ວຍ​ຄວາມ​ສົນ​ໃຈ​ຂອງ​ການ​ນຳ​ພັກ​, ລັດ, ຄວ​າມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ບັນ​ດາ​ການ​ກຳ​ນົດ​ທິດ​ເຊິ່ງ​ພັກ, ລັດ ວາງ​ອອກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ກໍ່​ຄື​ໃນ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ກາ​ໃຫຍ່ ໂຕ​ເລິມ ມອບ​ໝາຍ​ໜ້າ​ທີ່​ໃຫ້​ສະ​ພາ​ແຫ່ງ​ຊາດ, ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຈະ​ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ບັນ​ດາ​ກອງ​ປະ​ຊຸມຄັ້ງ​ຕໍ່​ໄປ​ຂອງ​ສະ​ພາ​ແຫ່ງ​ຊາດ​ຈະ​ໄດ້​ປະ​ຕິ​ບັດ​ສຳ​ເລັດ. ພິ​ເສດ, ການກຳ​ນົດ​ທິດ​ພັດ​ທະ​ນາ​ປະ​ເທດ​ຈະ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ.

ສ່ວນ​ທ່ານ​ບຸຍ​ຮ່​ວາຍ​ເຊີນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອ​ນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ວຽກ​ງານ​ບຸກ​ຄະ​ລາ​ກອນ​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ຍ້ອນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່ ແລະ ຄວາມ​ຄາ​ດ​ຫວັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຈະໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ຜ່ານ​ກົງ​ຈັກ​ລັດ ແລະ ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ສູງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top