• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ 3 ຂອງ ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII

      ວັນທີ 07 ກໍລະກົດ, ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 3.
ກອງປະຊຸມຄັ້ງທີ 3  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII (ພາບ: TTXVN)
      ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາສູນກາງພັກຊຸດທີ XIII; ຮ່າງກົດລະບຽບເຮັດວຽກຂອງ ຄະນະກຳມະການກວດກາສູນກາງພັກຊຸດທີ XIII. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນປະທານວາລະປຶກສາຫາລືດັ່ງກ່າວ.
        ຮອດຕອນບ່າຍ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືກ່ຽວກັບ ຂໍ້ກຳນົດໃນການປະຕິບັດມະຕິຂອງພັກ; ຮ່າງຂໍ້ກຳນົດກ່ຽວກັບວຽກງານການກວດກາ, ຕິດຕາມ ແລະ ກົດລະບຽບຂອງພັກ.
        ຫຼັງຈາກນັ້ນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວໃບສະເໜີຂອງກົມການເມືອງ ກ່ຽວກັບໂຄງປະກອບການຈັດຕັ້ງກົງຈັກລັດ ແລະ ແບບວິທີແນະນຳບຸກຄະລາກອນເພີ່ມເຕີມ ຮັບຜິດຊອບບາງຕຳແໜ່ງຊີ້ນຳ, ນຳພາອົງການລັດ ຊຸດທີ XV, ອາຍຸການ 2021 – 2026 ກ່ຽວກັບການແນະນຳບຸກຄະລາກອນເພື່ອຮັບດຳລົງຕຳແໜ່ງເປັນຄະນະກຳມະການກວດກາສູນກາງພັກ ຊຸດທີ XIII ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານບໍລິຫານ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top