• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 16 ຄະນະສາກົນຮັບຄຳເຊີນເຂົ້າຮ່ວມງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ

ມາຮອດປະຈຸບັນ ມີ 16 ຄະນະທີ່ມາຈາກບັນດາປະເທດ ອາເມລິກາ, ຝລັ່ງ, ລັດເຊຍ, ສະວິດ, ມາຣົກ… ຈົດທະບຽນເຂົ້າຮ່ວມ.
ງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 02 – 05 ສິງຫາ

ວັນທີ 27 ກໍລະກົດ, ພະແນກວັດທະນະທຳ ແລະ ກິລາແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ ມີ 16 ຄະນະທີ່ມາຈາກບັນດາປະເທດ ອາເມລິກາ, ຝລັ່ງ, ລັດເຊຍ, ສະວິດ, ມາຣົກ… ຈົດທະບຽນເຂົ້າຮ່ວມງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 02 – 05 ສິງຫາ. ດ້ວຍຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ມວຍພື້ນເມືອງ ຫວຽດນາມ - ຄວາມຄາດຫວັງບືນຕົວໄປໄກ” ດ້ວຍການເຂົ້າຮ່ວມຂອງອາຈານ ແລະ ລູກສິດມວຍ ແລະ ບັນດານັກຮ້ອງ, ນັກສິລະປິນດີເດັ່ນ, ນັກສິລະປະການ, ນັກສະແດງຂອງແຂວງ ບິ່ງດິ້ງ, ພ້ອມກັບຄະນະນັກມວຍຢູ່ພາຍໃນປະເທດ ແລະ ສາກົນ.

ພາຍຫຼັງພິທີໄຂ, ໃນວັນທີ 03 – 04 ສິງຫາ, ຄະນະຈັດຕັ້ງງານມະໂຫລານ ຍັງຈັດກອງປະຊຸມສຳມະນາເພື່ອປຶກສາຫາລືບັນດາມາດຕະການຍູ້ແຮງການພັດທະນາ ມວຍພື້ນເມືອງ ຫວຽດນາມ ຮອດປີ 2030.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ

Top