• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ໂດຍ​ສານກວ່າ 54 ລ້ານ​ເ​ທື່ອ​ຄົນ ເຂົ້າ​ອອກ​ເມືອງ​ຜ່ານ​ທ່າ​ອາ​ກາດ​ສະ​ຍານ ໃນ 5 ເດືອ​ນ​ຕົ້ນ​ປີ

ປະ​ລິມ​ານ​ສິນ​ຄ້າ​ທີ່ເຂົ້າ​ອອກ​ຜ່ານ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ​ໃນ 5 ເດືອນ​ຜ່ານ​ມາ ໄດ້​ບ​ັນ​ລຸກວ່າ 762.000 ໂຕນ, ເພີ່ມ​ຂຶ້ນກວ່າ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
  ຜູ້​ໂດຍ​ສານ​ແຈ້ງ​ໜັງ​ສື​ພິມ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບ່າຍ (ພາບ: baoxaydung.vn)  

ຕາມ​ການ​ສະ​ຖິ​ຕິ​ຂອງ​ກົມ​ການ​ບິນ ຫວຽດ​ນາມ ແລ້ວ, ໃນ 5 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ຜູ້​ໂດຍ​ສານ​​ເຂົ້າ​ອອກ​ເມືອງ​ຜ່ານ​ທ່າ​ອາ​ກາດ​ສະ​ຍານ​ບັນ​ລຸ 54,6 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນກວ່າ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ແຂກ​ສາ​ກົນ​ບັນ​ລຸ 22,6 ລ້ານ​ເທື່ອ​ຄົນ (ເພີ່ມ​ຂຶ້ນກວ່າ 18%). ປະ​ລິມ​ານ​ສິນ​ຄ້າ​ທີ່ເຂົ້າ​ອອກ​ຜ່ານ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ​ໃນ 5 ເດືອນ​ຜ່ານ​ມາ ໄດ້​ບ​ັນ​ລຸກວ່າ 762.000 ໂຕນ, ເພີ່ມ​ຂຶ້ນກວ່າ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານກວ່າ 24 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນກວ່າ 5% ເມື້ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ແຂກ​ສາ​ກົນ​ບັນ​ລຸກວ່າ 8 ລ້ານ​ເທື່ອ​ຄົນ (ເພີ່ມ​ຂຶ້ນກວ່າ 5%). ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ບັນ​ລຸກວ່າ 190.000 ໂຕນ, ເພີ່ມ​ຂຶ້ນ 2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

Top