• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.
  ທຸງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF) ປິ່ວ​ສະ​ບັດ​ຢູ່​ຫໍ​ພິ​ພິ​ທະ​ພັນ Hermitage ແຫ່ງ​ຊາດ, ຢູ່ Saint Petersburg, ລັດ​ເຊຍ (ພາບ: REUTERS/Anastasia Barashkova)  

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ຢູ່ ມົດ​ສະ​ກູ, ທ່ານ Yury Ushakov ເນັ້ນ​ໜັກ​ວ່າ ມີບັນ​ດາ​ຜູ​້​ແທນ​ຂັ້ນ​ສູງ, ລວມ​ມີ​ການ​ນຳ​ລັດ​ຖະ​ບານ, ນັກ​ການ​ເມືອງ ມາ​ຈາກ​ປະ​ມານ 76 ປະ​ເທດ ໄດ້​ເຂົ້າ​ຮ່ວມ​​ກິດ​ຈະ​ກຳ​ຕ່າງໆຂອງ​ເວ​ທີ​ປາ​ໄສ. ​ໃນ​ຂະ​ນະ​ນັ້ນ, ບັນ​ດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ເອ​ກະ​ລາດ (SNG) ກໍ່ຄາດ​ວ່າ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ.​ ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ນີ້​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ໄລ​ຍະ​ເວ​ລາ 10 ປີ ທີ່ມີ​ຄະ​ນະ​ຜູ້​ແທນຂອງ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ດັ່ງ​ກ່າວ.

ທ່ານ Yury Ushakov ກໍ​ໃຫ້​ຮູ້​ວ່າ ວັນ​ທີ 04 ມິ​ຖຸ​ນາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ​ຈ​ະເປີດ​ສາກ​ເວ​ທີ​ປາ​ໄສ​ດ້ວຍ​ການ​ພົ​ບ​ປະ​ການ​ນຳ​ບັນ​ດາ​ສຳ​ນັກ​ຂ່າວ​ສານ​ສາ​ກົນ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ບັນ​ຫາ​ການ​ເມືອງ ແລະ ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຢູ່​ພາຍ​ໃນ ແລະ ນອກ​ປະ​ເທດ​ນີ້.

ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ເວ​ທີ​ປາ​ໄສ​ຄາດ​ວ່າ ​ຈະໄດ້​ດຳ​ເນີນ​ໃນ​ວັນ​ທີ 05 ມິ​ຖຸ​ນາ ດ້ວຍ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ຖັດຈາກ​ນັ້ນ​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື ແລະ ວາ​ລະ​ຖາມ​ຕອບ.

(ແຫຼ່ງຄັດຈາກ VOV)

ອາກ​ຊັງ​ຕິນ ​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມ CPTPP

ອາກ​ຊັງ​ຕິນ ​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມ CPTPP

ເລື່ອງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຈະ​ຊ່ວຍ​ໃຫ້ ອາກ​ຊັງ​ຕິນ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຕະຫຼາດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ, ພ້ອມ​ທັງ​ສ້າງ​ໂອ​ກາດ​ໃຫ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ຂົງ​ເຂ​ດ​ເອ​ກະ​ຊົນ​ຕື່ມ​ອີກ.

Top