• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 700 ຄົນ ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິດ​ສ​ະ​ລາ​ແອັນ​ເລັ່ງ​ໃສ່​ລີ​ບັງ

ບັ້ນບຸກໂຈມຕີທາງອາກາດໃນຊຸມວັນຜ່ານມາຂອງ ອິດສະລາແອັນ ເລັ່ງໃສ່ ລີບັງເຮັດໃຫ້ມີຜູ້ເສຍຊີວິດປະມານ 700 ຄົນ, ຜູ້ຖືກບາດເຈັບກ່ວາ 2000 ຄົນ.
ພາບປະກອບ: Reuters

ຕອນເຊົ້າວັນທີ 28 ກັນຍາ, ກອງທັບອາກາດ ອິດສະລາແອັນ ສືບຕໍ່ປະຕິບັດການບຸກໂຈມຕີຢ່າງຮ້າຍແຮງ ເລັ່ງໃສ່ເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut ຂອງລີບັງ. ບັ້ນບຸກໂຈມຕີທາງອາກາດໃນຊຸມວັນຜ່ານມາຂອງ ອິດສະລາແອັນ ເລັ່ງໃສ່ ລີບັງເຮັດໃຫ້ມີຜູ້ເສຍຊີວິດປະມານ 700 ຄົນ, ຜູ້ຖືກບາດເຈັບກ່ວາ 2000 ຄົນ. ນີ້ແມ່ນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນການປະທະກັນທີ່ຮ້າຍແຮງທີ່ສຸດ ໃນຫຼາຍທົດສະວັດຜ່ານມາຢູ່ ລີບັງ. ເຖິງຢ່າງໃດກໍຕາມ, ສປຊ ໄດ້ກ່າວເຕືອນວ່າ ນີ້ອາດຈະແມ່ນການເລີ່ມຕົ້ນຂອງວິນາດສະກຳ.

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ຄາດຄະເນວ່າ ບັນດາບັ້ນບຸກໂຈມຕີທາງອາກາດຂອງອິດສະລາແອັນ ເລັ່ງໃສ່ລີບັງ ໃນຊຸມວັນຜ່ານມາເຮັດໃຫ້ມີປະຊາຊົນກວ່າ 200.000 ຄົນຕ້ອງປະລະເຮືອນຊານໄປລີ້ໄພ. ໃນຂະນະນັ້ນ, ມີປະຊາຊົນກ່ວາ 30.000 ຄົນໄດ້ຜ່ານຊາຍແດນ ລີບັງ ເຂົ້າ ຊີຣີ ໃນ 3 ວັນຜ່ານມາ. ທ່ານ Imran Riza ຜູ້ປະສານງານດ້ານມະນຸດສະທຳຂອງສປຊ ຢູ່ ລີບັງ ໄດ້ຢັ້ງຢືນວ່າ ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ລີບັງ

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top