• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ເສຍ​ຊີ​ວິດກວ່າ 100 ຄົນ ໃນ​ເຫດ​ດິນ​ເຊາ​ະ​ເຈືອນ ຢູ່​ ອິນ​ເດຍ

ສື່ມວນຊົນ ອິນເດຍ ໄດ້ໃຫ້ຂ່າວວ່າ ໄລ່ຮອດຕອນຄ່ຳວັນທີ 30 ກໍລະກົດ ໄດ້ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ 106 ຄົນ ໃນເຫດດິນເຊາະເຈື່ອນທີ່ເກີດຂຶ້ນຢູ່ລັດ Kerala ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງພາກໃຕ້ ອິນເດຍ.
ກຳລັງກູ້ໄພກູ້ຊີບຊ່ວຍປະຊາຊົນຍົກຍ້າຍໄປບ່ອນປອດໄພ (ພາບ: REUTERS)

ຝົນຕົກໜັກແກ່ຍາວແຕ່ວັນທີ 29 ກໍລະກົດ ໄດ້ເຮັດໃຫ້ໂນນພູເຊາະເຈື່ອນສົ່ງຜົນກະທົບເຖິງການດຳລົງຊີວິດຂອງປະຊາຊົນເກືອບ 350 ຄອບຄົວ. ເຫດດິນເຊາະເຈືອນເກີດຂຶ້ນເມື່ອຜູ້ປະສົບເຄາະຮ້າຍເກືອບທັງໝົດເປັນກຳມະກອນໃນຟາມປູກຕົ້ນຊາ ແລະ ຄອບຄົວຂອງເຂົາເຈົ້າພວມນອນຢູ່ບ່ອນພັກຊົ່ວຄາວ. ຕາມເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ນອກຈາກມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນແລ້ວ, ຍັງມີ 128 ຄົນຖືກບາດເຈັບ ແລະ ຫຼາຍຄົນຫາຍສາບສູນ.

ວຽກງານກູ້ໄພກູ້ຊີບພວມໄດ້ຮັບການຍູ້ແຮງ. ເຖິງຢ່າງໃດກໍຕາມ, ກຳລັງດັ່ງກ່າວພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອເຂົ້າເຖິງບ່ອນເກີດເຫດ ເພາະຖະໜົນຫົນທາງຖືກເປເພເຮັດໃຫ້ເຂດຊຸມຊົນຖືກຕົກເຂົ້າສູ່ທ່າໂດດດ່ຽວຢ່າງຮອບດ້ານ.

ເຫດດິນເຊາະເຈືືອນຢູ່ ລັດ Kerala ແມ່ນໄພພິບັດທຳມະຊາດທີ່ໜັກໜ່ວງທີ່ສຸດຢູ່ລັດນີ້, ນັບແຕ່ປີ 2018 ເມື່ອໄພນ້ຳຖ້ວມເກີດຂຶ້ນຢ່າງຮ້າຍແຮງ ແລະ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 400 ຄົນ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top