• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.
  (ພາບປະກອບ: AFP/TTXVN)  

ວັນ​ທີ 07 ເມ​ສາ, ອົງ​ການ​ຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ສປຊ (IOM) ໃຫ້​ຮູ້​ວ່າ ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

ຕາມ​ອົງ​ການ IOM ຂອງ ສ​ປ​ຊ ແລ້ວ, ກ່ອນ​ໜ້າ​ນັ້ນ, ມີ​ກ່ຳ​ປັ່ນ​ການ​ຄ້າ ແລະ ກ່ຳ​ປັ່ນ​ກູ້​ຊີບ​ໄດ້​ກູ້​ຊີ​ວິດ 32 ຄົນ ແລະ ກຳ​ລັງລາດຕະເວນທາງທະເລຂອງ ອີ​ຕາ​ລີ ໄດ້​ສົ່ງ​​ຈຳ​ນວນຄົນ​ດັ່ງ​ກ່າວ​ໄປ​ຍັງ​ເກາະ Lampedusa, ຢູ່​ພາກ​ໃຕ້ ອີ​ຕາ​ລີ.

IOM ໃຫ້​ຮູ້​ວ່າ ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026 ໄດ້​ກາຍ​ເປັນ​ຈຸດ​ເວ​ລາ​ວິ​ນາດ​ຕະ​ກຳ​ສຳ​ລັບ​ຜູ້​ອົບ​ພະ​ຍົບ​ຂ້າມ​ທະ​ເລ ນັບ​ແຕ່​ປີ 2014, ດ້ວຍ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດໄລ່​ຮອດ​ປັດ​ຈຸ​ບັນ​ນີ້ ​ຢ່າງ​ໜ້ອຍ​ສຸດ​ແມ່ນ 990 ຄົນ. ສະ​ເພາະ​ເຂດພາກກາງ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ ມີ 765 ຄົນ​ເສຍ​ຊີ​ວິດ, ເພີ່ມ​ຂຶ້ນປະມານ 150% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ແລະ ອີ​ຣານ ຢຸດ​ຍິງ​ຊົ່ວ​ຄາວ​​ໃນເວລາ 2 ອາ​ທິດ​ເພື່ອ​ເຈ​ລະ​ຈາ

ອາ​ເມ​ລິ​ກາ ແລະ ອີ​ຣານ ຢຸດ​ຍິງ​ຊົ່ວ​ຄາວ​​ໃນເວລາ 2 ອາ​ທິດ​ເພື່ອ​ເຈ​ລະ​ຈາ

ເມື່ອຂ​ຽນ​ໃນ​ສື່​ສັງ​ຄົມອອນ​ໄລ Truth Social ຕອນ​ບ່າຍ​ວັນ​ທີ 07 ເມ​ສາ (ຕາມ​ເວ​ລາ ວໍ​ຊິງ​ຕັນ), ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຈະ​ຢຸດ​ຕິ​ຊົ່ວ​ຄາວບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່ ອີ​ຣານ ໃນ​ໄລ​ຍະ​ເວ​ລາ 2 ອາ​ທິດ, ພາຍຫຼັງ​ທີ່ ປາ​ກິດ​ສະ​ຖານ ຮຽກ​ຮ້ອງ​ຕໍ່​ກຳ​ນົດ​ເວ​ລາ​ໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ.

Top