• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ທ່ານ​ໝໍ​ພາກ​ກາງ​ນັບ​ຮ້ອຍ​ຄົນ ເດີນ​ທາງ​ໄປ​ຍັງທາງ​ພາກ​ໃຕ້​ເພື່ອ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ

ຕອນເຊົ້າວັນທີ 27 ສິງຫາ, ມີທ່ານໝໍ, ພະນັກງານການແພດ ເກືອບ 200 ຄົນຢູ່ບັນດາໂຮງໝໍເຂດພາກກາງ ໄດ້ເດີນທາງໄປໜູນຊ່ວຍບັນດາແຂວງ, ນະຄອນ, ທາງພາກໃຕ້ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ບັນດາທ່ານໝໍ, ພະນັກງານການແພດຂອງໂຮງໝໍສູນກາງເຫ້ວ ເດີນທາງໄປຍັງພາກໃຕ້ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ (ພາບ: baochinhphu.vn)

ທ່ານໝໍ, ພະນັກງານການແພດເກືອບ 200 ຄົນດັ່ງກ່າວແມ່ນຂຶ້ນກັບບັນດາໂຮງໝໍຢູ່ເຂດພາກກາງໄດ້ຂຶ້ນເຮືອບິນໄປຍັງເຂດໃຈກາງເກີດໂລກລະບາດໂຄວິດ - 19. ທ່ານຮ້ອຍເອກ ເລທິລວານ, ທ່ານໝໍໂຮງໝໍ 199 ກະຊວງຕຳຫຼວດຢູ່ນະຄອນດ່ານັ້ງ ໃຫ້ຮູ້ວ່າ:

ເຮັດວຽກໃນຂະແໜງ ແລະ ເຫັນໄດ້ການຜັນແປຢ່າງສັບສົນທີ່ສຸດຍ້ອນໂລກລະບາດ, ຂ້າພະເຈົ້າມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມສ່ຽງ ແລະ ຄວາມທຸກຍາກລຳບາກ ແຕ່ວ່າ ຂ້າພະເຈົ້າອາສາສະໝັກໄປໜູນຊ່ວຍໃນຄັ້ງນີ້. ຂ້າພະເຈົ້າໄດ້ກຽມຈິດກຽມໃຈ ໃຫ້ເປັນຢ່າງດີ ເພື່ອພ້ອມແລ້ວທີ່ຈະຮັບມືກັບທຸກໆກໍລະນີທີ່ລຳບາກຫຍຸ້ງຍາກທີ່ສຸດ ນັບທັງທາງດ້ານຈິດໃຈ ກໍ່ຄືດ້ານວິຊາການ.

ໂດຍໄດ້ຮູ້ວ່າ, ທ່ານໝໍທຸກຄົນທີ່ເດີນທາງໄປຍັງນະຄອນໂຮ່ຈີມິນ ໃນຄັ້ງນີ້ ລ້ວນແຕ່ມີທັກສະດ້ານວິຊາການ ແລະ ເຕັກນິກ ກໍ່ຄືວິທີການແກ້ໄຂໃນບັນດາກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກເປັນຢ່າງດີ, ພ້ອມແລ້ວທີ່ຈະຮັບໃຊ້ໃນໄລຍະຍາວ ຈົນຮອດເວລາ ນະຄອນໂຮ່ຈີມິນ ຄວບຄຸມໄດ້ໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top