• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຕູ້ ATM ຫຼາຍ​ຕູ້ໂດຍ​ແຈກ​ເຂົ້າ​ສານ​ບໍ່ເກັບ​ຄ່າ​ເພື່ອ​ຊ່ວຍ​ໜູນ​ຜູ້​ທຸກ​ຍາກ​ຍ້ອນ Covid – 19

ດ້ວຍຄວາມຫວັງຢາກຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ Covid – 19, ນັກຮຽນສັງກັດໂຮງຮຽນມັດຖະຍົມຕອນປາຍ ເລືອງວັນແຈັ້ງ (ນະຄອນຕຸຍຮ່ວາ, ແຂວງຝູອຽນ) ໄດ້ປະດິດສ້າງ ຮູບແບບ ຕູ້ ATM ແຈກເຂົ້າສານບໍ່ເກັບຄ່າຊ່ວຍໜູນຜູ້ທຸກຍາກ. ຕູ້ ATM ເຂົ້າສານຖືກຕັ້ງຢູ່ໃນໂຮງຮຽນແລະ ເລີ່ມເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 19 ເມສາ.

ພາບປະກອບ: Dansinh.vn 

ກ່ອນໜ້ານັ້ນ ໃນວັນທີ 18 ເມສາ, ມີຕູ້ ATM ເຂົ້າສານ ຫຼາຍຕູ້ກໍ່ໄດ້ຖືກນຳເຂົ້າເຄື່ອນໄຫວ. ສຳລັບຕູ້ ATM ແຈກເຂົ້າສານຕູ້ທຳອິດເພື່ອຊ່ວຍໜູນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ ຫ໋າຍຝ່ອງໄດ້ຮັບເອົາແຫຼ່ງເຂົ້າສານບໍລິຈາກ ຂອງບັນດາອົງການ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ. ສ່ວນຕູ້ ATM ແຈກເຂົ້າສານຕູ້ທຳອິດຢູ່ແຂວງຮ່ານາມ ແມ່ນເພື່ອຊ່ວຍໜູນບັນດາຄອບຄົວ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນ Covid – 19, ແຕ່ລະຄົນໄດ້ຮັບເຂົ້າສານໂດຍບໍ່ເສຍຄ່າ 5 kg. ນອກຈາກນັ້ນຢູ່ ແຂວງອານຢາງ, ແຂວງແຄັງຮ່ວາ ໃນວັນທີ 18 ເມສາ ກໍ່ໄດ້ນຳຕູ້ແຈກເຂົ້າສານໂດຍບໍ່ເກັບຄ່າ ເຂົ້າເຄື່ອນໄຫວເພື່ອຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ.
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top