• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີໜັງສືພິມລະດູບານໃໝ່ຫຼາຍສະບັບໄດ້ມອບໃຫ້ທະຫານແລະປະຊາຊົນເມືອງເກາະເຈື່ອງຊາ


ພິ​ທີ​​ອັດ​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ ແຂວງ​ແຄ໋ງ​ຮ່​ວາ ປີ 2017
(ພາບ: TTXVN)
​      ຕອນ​ບ່າຍ​ວັນ​ທີ 07/02, ຢູ່​ສູນ​ວັດ​ທະ​ນະ​ທຳ​ແຂວງ​ແຄ໋​ງ​ຮ່​ວາ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ໄດ້​ຈັດ​ຕັ້ງ​ພິ​ທີ​​ອັດ​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ ແຂວງ​ແຄ໋ງ​ຮ່​ວາ ປີ 2017. ຄະ​ນະ​ຈັດ​ຕັ້ງ​ຄາດ​ວ່າ​, ​ໜັງ​ສື​ພິມກວ່າ 400 ຢ່າງ ແລະ ສື່​ສິ່ງ​ພິມ​ເກືອບ 5.000 ສະ​ບັບ​​ທີ່ວາງ​ສະ​ແດງ​ສະ​ແດງຢ​ູ່​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່ ຈະ​ສົ່ງ​ເຖິງ​ບັນ​ດາ​ສູນ​ວັດ​ທະ​ນະ​ທຳ, ບັນ​ດາ​ຫໍ​ສະ​ໝຸດ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂັ້ນ​ເມືອງ ເພື່ອ​ສືບ​ຕໍ່​ຮັບ​ໃຊ້​ໃຫ້​ຜູ້​ອ່ານ ແລະ ສ່ວນ​ຫຼາຍ​ແມ່ນມອບ​ໃຫ້​ທ​ະ​ຫານ, ປະ​ຊາ​ຊົນ​ຢູ່​ເມືອງ​ເກາະ ເຈື່ອງ​ຊາ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ດ່​ວານ​ມິງ​ລອງ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ​ແຄ໋ງ​ຮ່​ວາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ ໃຫ້​ຮ​ູ້​ວ່າ, ທີ່​ພິ​ທີ​ອັດ, ສະ​ມ​າ​ຄົມ​ນັກ​ຂ່າວ​ແຂວງ​ແຄ໋ງ​ຮ່​ວາ ໄດ້​ຍ້ອງຍ​ໍ​ນັກ​ຂ່າວ 10 ຄົນ​ມີ​ບົດ​ໜັງ​ສື​ພິມ​ດີ​ເດັ່ນ​ທີ່​ໄດ້​ລົງ​ພິມ​ໃນ​ບັນ​ດາ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່, ​ທີ່ຂຽນ​ກ່ຽວ​ກັບ​ແຂວງ​ແຄ໋ງ​ຮ່​ວາ ດ້ວຍ​​ບັນ​ດາ​ຫົວ​ເລື່ອງ​​ກ່ຽວ​ກັບການ​ເມືອ​ງ​, ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ປະ​ທານ​ໂຮ່​ຈິ​ມິນ; ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ, ​ສ່ອ​ງ​ແສງ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຄ໋ງ​ຮ່​ວາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top