• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍ​ອົງ​ການ, ສ່ວນ​ບຸກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ບໍ​ລິ​ຈາກ​ເງິນ​ກ່​ວາ 400 ລ້ານ USD ເພື່ອ​ແກ້​ໄຂ​ຜົນ​ຕາມ​ມາ​ຂອງ​ພາ​ຍຸ Yagi

ວັນທີ 14 ກັນຍາ, ສະຖານທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອັງກິດຈະປະກອບເງິນກ່ວາ 1 ລ້ານ GBP ເພື່ອຊ່ວຍຫວຽດນາມແກ້ໄຂຜົນຕາມມາຈາກພາຍຸ Yagi.
ປະທານຄະນະກຳມະນສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ຮັບເງິນບໍລິຈາກຈາກກະຊວງຄົມມະນາຄົມແລະຂົນສົ່ງ (ພາບ: ກວາງວິງ)

ໄລ່ຮອດເວລາ 17 ໂມງຂອງວັນທີ 14 ກັນຍາ, ຍ້ອນຜົນສະທ້ອນຈາກພາຍຸ Yagi, ມີ 20 ແຂວງ, ນະຄອນຖືກຜົນກະທົບຈາກພາຍຸ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ພິເສດ, ມີ 352 ຄົນເສຍຊີວິດ ແລະ ຫາຍສາບສູນ. ປັດຈຸບັນ, ກຳລັງຂອງກອງທັບໄດ້ນຳສົ່ງປະຊາຊົນ 374.000 ຄົນໄປຍັງເຂດປອດໄພ. ກຳລັງກອງທັບໄດ້ລະດົມພະນັກງານ, ນັກຮົບກ່ວາ 187.000 ຄົນ ພ້ອມກັບພາຫະນະຫຼາຍຢ່າງເພື່ອເຂົ້າຮ່ວມວຽກງານປ້ອງກັນຕ້ານ, ແກ້ໄຂຜົນຕາມມາໂດຍພາຍຸກໍ່ຂຶ້ນ. ກະຊວງປ້ອງກັນປະເທດກໍ່ໄດ້ໜູນຊ່ວຍເຂົ້າສານກ່ວາ 100 ໂຕນ, ອາຫານແຫ້ງ 33 ໂຕນໃຫ້ແກ່ປະຊາຊົນບັນດາແຂວງ.

ໂດຍຕອບສະໜອງຄວາມຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ມີຫຼາຍອົງການ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ປະກອບເງິນຜ່ານຄະນະຂົນຂວາຍການກູ້ຊ່ວຍຈຳນວນເງິນກ່ວາ 1000 ຕື້ ດົ່ງ (ກ່ວາ 400 ລ້ານ USD). ວັນທີ 14 ກັນຍາ, ສະຖານທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອັງກິດຈະປະກອບເງິນກ່ວາ 1 ລ້ານ GBP ເພື່ອຊ່ວຍຫວຽດນາມແກ້ໄຂຜົນຕາມມາຈາກພາຍຸ Yagi.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top