• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫລາຍຫົວເລື່ອງທີ່ຮ້ອນເຮັ່ງໄດ້ນຳມາປຶກສາຫາລືທີ່ບັນດາວາລະໂອ້ລົມສົນທະນາທີ່ກອງປະຊຸມCEO Summit

      ກອງປະຊຸມສຸດຍອດວິສາຫະກິດ APEC – APEC CEO Summit ສືບຕໍ່ດຳເນີນໃນຕອນເຊົ້າວັນທີ 10 ຕຸລາ ດ້ວຍວາລະປຶກສາຫາລືບັນດາຫົວເລື່ອງທີ່ຮ້ອນເຮັ່ງໃນໂລກປະຈຸບັນຄື: 

ຜູ້ແທນເຂົ້າຮ່ວມວາລະໂອ້ລົມສົນທະນາ
      “ນຳໃຊ້ແຫລ່ງຊັບພະຍາກອນທຳມະຊາດ ແລະ ການເຕີບໂຕແບບຍືນຍົງຢ່າງມີປະສິດທິຜົນ”, “ເຕັກໂນໂລຊີສ້າງບັນດາກາລະໂອກາດເສດຖະກິດ, “ການໂອ້ລົມສົນທະນາກ່ຽວກັບວິໄສທັດ APEC ກ່ອນປີ 2020”. ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Arden, ນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull, ນາຍົກລັດຖະມົນຕີ ມາເລເຊຍ, ຜູ້ອຳນວຍການຝ່າຍບໍລິຫານ Facebook Sheryl Sandberg ແມ່ນບັນດານັກປາຖະກະຖາຕົ້ນຕໍທີ່ບັນດາວາລະໂອ້ລົມສົນທະນາກັບບັນດາວິສາຫະກິດ APEC.
ທີ່ວາລະປຶກສາຫາລື “ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ແລະ ການເຕີບໂຕແບບຍືນຍົງ”, ເນື້ອໃນການປຶກສາຫາລືໄດ້ຮັບຄວາມສົນໃຈໃນສະພາບການໂລກ ພວມຊອກຫາວິທີເພື່ອຫລຸດຜ່ອນບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ຍັງຄົງຮັກສາການເຕີບໂຕໃຫ້ແກ່ພື້ນຖານເສດຖະກິດ. ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Arden ໄດ້ເນັ້ນຫນັກຢ່າງແຮງເຖິງການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດ ແລະ ຍາວນານທີ່ສຸດສຳລັບການພັດທະນາເສດຖະກິດທົ່ວໂລກ ແລະ ບັນດາປະເທດ, ແລະຖືວ່າ ພາກພື້ນ ອາຊີ - ປາຊີຟິກ ຕ້ອງກະກຽມຍຸດທະສາດເສດຖະກິດ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດແທດເໝະກັບການປ່ຽນແປງຂອງດິນຟ້າອາກາດ.
        “ພວກຂ້າພະເຈົ້າມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເກີດຂຶ້ນຢູ່ ນິວເຊີແລນ ແລະ ຫນ່ວຍພິພົບນີ້. ພວກຂ້າພະເຈົ້າ ມີຄວາມເປັນຫ່ວງຕໍ່ສິ່ງແວດລ້ອມ ແລະ ການຂຸດຄົ້ນຊັບພະຍາກອນທຳມະຊາດ ແມ່ນສົ່ງຜົນກະທົບຄືແນວໃດເຖິງການປ່ຽນແປງຂອງດິນຟ້າອາກາດ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມຮັບຜິດຊອບຂອງສາກົນ.”
      ກໍ່ໃນຕອນເຊົ້າຂອງວັນດຽວກັນ ໄດ້ດຳເນີນວາລະໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ເຕັກໂນໂລຊີສ້າງບັນດາກາລະໂອກາດດ້ານເສດຖະກິດ”. ຜູ້ອຳນວຍການຝ່າຍບໍລິຫານ Facebook, ທ່ານ ນາງ Sheryl Sandberg ພ້ອມດ້ວຍ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ພ້ອມກັນຍົກອອກຕົວຢ່າງຫຼາຍທີ່ສຸດກ່ຽວກັບວິທີຊຶ່ງມະນຸດໄດ້ປັບປຸງ, ປ່ຽນແປງຊີວິດຍ້ອນນຳໃຊ້ເຕັກໂນໂລຊີ, ຜ່ານນັ້ນຢືນຢັນວ່າ ຖ້າຫາກທຸກຄົນນຳໃຊ້ເຕັກໂນໂລຊີເຊື່ອມຕໍ່ນຳກັນ, ນຳໃຊ້ບັນດາທັກສະທີ່ຈຳເປັນນັ້ນ ເຂົາເຈົ້າອາດຈະສ້າງວຽກເຮັດງານທຳ, ປະກອບສ່ວນເຕີບໂຕໃຫ້ພື້ນຖານເສດຖະກິດ. ໃນນັ້ນ, Facebook ໄດ້ຮັບຖືວ່າເປັນເຄື່ອງມືດີເລີດ: “ມີວິສາຫະກິດໃນພາກພື້ນ APEC ປະມານ 20 ລ້ານ ແຫ່ງ ໄດ້ ແລະ ກຳລັງນຳໃຊ້ Facebook ໃນແຕ່ລະເດືອນ, ຊຸກຍູ້ບັນດາທັກສະດີຈີຕອນ. ພວກເຮົາພວມສຳຫຼວດບັນດາວິສາຫະກິດນີ້ ແລະ ເຫັນວ່າມີ 74% ຈຳນວນວິສາຫະກິດພວມນຳໃຊ້ Facebook. ດ້ວຍການນຳໃຊ້ນີ້ ເຂົາເຈົ້າໄດ້ເພີ່ມປະລິມານຂາຍຜະລິດຕະພັນຂອງຕົນ. 80% ວິສາຫະກິດນີ້ໄດ້ຂາຍຜະລິດຕະພັນຂອງຕົນອອກຈາກຂົງເຂດຂອງຕົນ.    ນັ້ນແມ່ນບັນດາຈຸດພົ້ນເດັ່ນເມື່ອຊຸກຍູ້ການຕະຫຼາດດີຈີຕອນຜ່ານເຄືອຂ່າຍ Facebook.
      ວິໄສທັດ APEC ພາຍຫຼັງປີ 2020 ກໍ່ແມ່ນຫົວຂໍ້ໄດ້ຮັບການປຶກສາຫາລືຢູ່ວາລະໂອ້ລົມສົນທະນາ CEO Summit ໃນຕອນເຊົ້າມື້ນີ້.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top