• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜູ້ແທນ 180 ທ່ານ ເຂົ້າຮ່ວມກອງປະຊຸມ ASEM ກ່ຽວກັບການຊຸກຍູ້ພັດທະນາຢ່າງໂດຍກວມລວມ

      ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.
      ຕອນເຊົ້າ ວັນທີ 15 ພຶດສະພາ, ຢູ່ນະຄອນ ຍາຈາງ (ແຂວງແຄ໊ງຮ່ວາ), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການພົບປະກັບສື່ມວນຊົນເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ດ້ວຍຫົວຂໍ້ວ່າ “ຊຸກຍູ້ ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາຢູ່ນະຄອນ ຍາຈາງ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນ ພາກພື້ນ.
        ກອງປະຊຸມແມ່ນຂໍ້ລິເລີ່ມ ແລະ ຂໍ້ສະເໜີ ຂອງ ຫວຽດນາມ, ໂດຍກະຊວງການຕ່າງປະເທດສົມທົບກັບກະຊວງແຮງງານ - ທະຫານຜູ້ເສຍອົງຄະ ແລະ ສັງຄົມ, ກະຊວງແຜນການ ແລະ ການລົງທຶນພ້ອມກັບຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາຈັດຕັ້ງຂຶ້ນ.
        ເນື້ອໃນຂອງກອງປະຊຸມແມ່ນບັນຫາຊຶ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນຢ່າງຫຼວງຫຼາຍ, ພ້ອມທັງສະແດງບົດບາດນຳໜ້າ ຂອງ ASEM, ປະກອບສ່ວນເຂົ້າຄວາມມານະພະຍາຍາມຂອງສາກົນໃນການຫັນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ, ກວມລວມເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ປະຕິບັດໂຄງການດຳເນີນ 2030 ຂອງ ສະຫະປະຊາຊາດໃຫ້ມີປະສິດທິຜົນ. ສຳລັບຫວຽດນາມ, ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top