• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜະ​ລິດ​ຕະ​ພັນ​ການ​ກະ​ເສດ ກ່​ວາ 1.300 ໂຕນ ໄດ້​ສົ່ງ​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ກາຍ ຍາມ​ຕົ້ນ​ປີ​ໃໝ່

ວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດ), ທີ່ດ່ານຊາຍແດນສາກົນ ລາວກາຍ, ສາຂາພາສີອາກອນ ລາວກາຍ ໄດ້ປະຕິບັດລະບຽບການໃຫ້ແກ່ ໃບແຈ້ງພາສີ 11 ຊຸດ ແລະ ສົ່ງອອກ ຜະລິດຕະພັນການກະເສດ ກ່ວາ 1.300 ໂຕນ.

ລົດຂົນສົ່ງ ຜະລິດຕະພັນການກະເສດຜ່ານດ່ານຊາຍແດນ (ພາບ: TTXVN) 
ນີ້ແມ່ນ ການສົ່ງສິນຄ້າບັນດາຖ້ຽວທຳອິດ ທີ່ໄດ້ຮັບການປະຕິບັດລະບຽບການສົ່ງອອກ - ນຳເຂົ້າ ຜ່ານດ່ານຊາຍແດນ ສາກົນ ລາວກາຍ ໃນປີ ໃໝ່ປີຊວດ 2020. ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຢູ່ດ່ານຊາຍແດນສາກົນ ລາວກາຍ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດໃນການປະຕິບັດລະບຽບການເພື່ອໃຫ້ສິນຄ້າສົ່ງອອກ - ນຳເຂົ້າໄດ້ຜ່ານແດນຢ່າງວອງໄວ. ຍອດມຸນຄ່າ ສິນຄ້າສົ່ງອອກ - ນຳເຂົ້າຜ່ານດ່ານຊາຍແດນມີປະມານກວ່າ 20 ຕື້ ດົ່ງ (ປະມານ 1 ລ້ານ USD). ບັນດາຜະລິດຕະພັນການກະເສດໄດ້ຮັບການນຳເຂົ້າສົ່ງອອກເປັນຕົ້ນແມ່ນ: ໝາກມັງກອນ, ໝາກມີ້, ໝາກໂມ, ໝາກມ່ວງ, ໝາກເງາະ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ ຄືນ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ ຄືນ​ໃໝ່

ຕອນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ (TKV) ຄືນ​ໃໝ່.

Top