ຂ່າວສານ
ມານະພະຍາຍາມນຳການພົວພັນ ຫວຽດນາມ - ລາວ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ນັບມື້ນັບພັດທະນາຢ່າງແຮງ, ມີຄວາມສະໜິດແໜ້ນກ່ວາ
ຕອນບ່າຍວັນທີ 18 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ທີ່ມາຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີ ຂັ້ນລັດຖະມົນຕີການຕ່າງປະເທດ ຄັ້ງທີ 12.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພົວພັນແບບພິເສດ ຫວຽດນາມ - ລາວ, ທ່ານເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍລາວ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ພ້ອມທັງສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ສົມທົບກັນ ແລະ ແບ່ງປັນບົດຮຽນການພັດທະນາ ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດປະສານສົມທົບກັນແກ້ໄຂບັນດາຂໍ້ຕິດຂັດຂອງບັນດາໂຄງການຈຸດສຸມ, ພ້ອມກັນສູ້ຊົນນຳການພົວພັນຮ່ວມມືສອງປະເທດກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ນັບມື້ນັບພັດທະນາຢ່າງແຮງ, ມີປະສິດທິຜົນ ແລະ ສະໜິດຕິດພັນກ່ວາ.
ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.







