ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຫນູນຊ່ວຍ ຫວຽດນາມ ສ້າງຕັ້ງສູນ Hala, ຊື່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືເປີດກວ້າງຂອບເຂດຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທ່ົວໂລກ. ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 103 ປີແຫ່ງວັນສ້າງຕັ້ງ PVATM ຊື່ງດຳເນີນໃນວັນທີ 16 ມິຖຸນາ ຢູ່ ກົວລາລຳເປີ, ທ່ານ Datuk Shaharuddin Omar ປະທານສະຫະສະມາຄົມ ໃຫ້ຮູ້ວ່າ: ແຜນການໄດ້ຮັບການຜັນຂະຫຍາຍ ດ້ວຍການຫນູນຊ່ວຍຈາກສະມາຄົມນັກຮົບເກົ່າ ຫວຽດນາມ. ການຮ່ວມມືລະຫວ່າງ 2 ສະມາຄົມ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍຫລຸດຜ່ອນເວລາແກ້ໄຂລະບຽບການບໍລິຫານໃນການເຄື່ອນໄຫວນຳເຂົ້າອາຫານ ເຂົ້າເມືອງ ມາເລເຊຍ ຜ່ານການສ້າງຕັ້ງບັນດາໂຮງງານຊື່ງໄດ້ຮັບຫນັງສືຢັ້ງຢືນ Halal ຢູ່ ຫວຽດນາມ ເພື່ອຈຳຫນ່າຍບັນດາຜະລິດຕະພັນພາຍໃນ.
ຢູ່ເຫດການ, PVATM ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ກ່ຽວກັບການຮ່ວມມືເສດຖະກິດຂອງ ນັກຮົບເກົ່າ ກັບຫວຽດນາມ, ອິນໂດເນເຊຍ, ບຮູໄນ, ໄທ ແລະ ກຳປູເຈຍ. ຕາມທ່ານ Shaharuddin ແລ້ວ, ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອແນໃສ່ປະກອບສ່ວນເປີດກວ້າງຕະຫລາດສົ່ງອອກໃຫ້ແກ່ສິນຄ້າຂອງທ້ອງຖິ່ນ.