• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍາຍາມນຳວົງເງິນການຄ້າ ຫວຽດນາມ - ມາເລເຊຍ ບັນລຸລະດັບ 15 ຕື້ USD/ປີໃນປີ 2020

ຫວຽດນາມ ແລະ ມາເລເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືພັດທະນາ, ພ້ອມທັງເຊື່ອໝັ້ນວ່າ ໃນການເຈລະຈາຈັດຕັ້ງເມື່ອວັນທີ 26 ຕຸລາ.
ຕອນບ່າຍວັນທີ 25 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Wan Azizah Wan Ismail, ຮອງນາຍົກລັດຖະມົນຕີ ມາເລເຊຍ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຍິງ ອາຊຽນ ຄັ້ງທີ 3.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຈລະຈາ (ພາບ:baochinhphu.vn)

  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ແລະ ມາເລເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືພັດທະນາ, ພ້ອມທັງເຊື່ອໝັ້ນວ່າ ໃນການເຈລະຈາຈັດຕັ້ງເມື່ອວັນທີ 26 ຕຸລາ, ທ່ານນາງ Wan Azizah Wan Ismail ແລະ ທ່ານຮອງນາຍົກລັດຖະມົນຕີ  ຟ້າມບີ່ງມີງ ຈະປຶກສາຫາລືລາຍລະອຽດກ່ຽວກັບບັນດາມາດຕະການແທດຈິງເພື່ອຊຸກຍູ້ການຮ່ວມມື ການພົວພັນສອງປະເທດໃນໄລຍະຈະມາເຖິງ. ກໍ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ມານະພະຍາຍາມນຳວົງເງິນການຄ້າສອງສົ້ນບັນລຸລະດັບ 15 ຕື້ USD/ປີ ຫຼື ສູງກ່ວາໃນປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະ ມາເລເຊຍ ແມ່ນສອງປະເທດຢູ່ແຄມທະເລຕາເວັນອອກ ແລະ ມີເຂດທະເລຊັບຊ້ອນກັນ, ດັ່ງນັ້ນ ສອງຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອຢູ່ພາກພື້ນ; ຊຸກຍູ້ການຮ່ວມມືອາຊີບຫາປາ, ສ້າງເງື່ອນໄຂໃຫ້ຊາວປະມົງສອງປະເທດຫາປາຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ຍືນຍົງ. ໃນສະພາບທີ່ສະຖານະການທະເລຕາເວັນອອກ ສືບຕໍ່ຜັນແປຢ່າງສັບສົນນັ້ນ, ຫວຽດນາມ, ມາເລເຊຍ ແລະ ບັນດາປະເທດ ອາຊຽນ ອື່ນ ຄວນເພີ່ມທະວີການສົມທົບກັນ ແລະ ເປັນເອກະພາບຕໍ່ຫຼັກໝັ້ນລວມ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top