• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາດຕະການປ້ອງກັນ, ສະກັດກັ້ນ ແລະ ສະພາບການໂລກລະບາດໂຄວິດ -19 ຢູ່ຫວຽດນາມ

      ເວລາ 18 ໂມງຂອງວັນທີ 20 ສິງຫາ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ຊາບວ່າມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ ຕື່ມອີກ 14 ຄົນ, ໃນນັ້ນ ມີ 2 ຄົນກັບມາຈາກຕ່າງປະເທດ, ຢູ່ດ່າໜັງມີ 11 ຄົນ ແລະ 01 ຄົນ ຢູ່ແຂວງກວ໋າງນາມ.
   ເປັນອັນວ່າ, ໄລ່ຮອດເວລາ  18 ໂມງຂອງວັນທີ 20 ສິງຫາ: ຫວຽດນາມ ໄດ້ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 1.007 ຄົນ, ມີຜູ້ເສຍຊີວິດ 25 ຄົນ ແລະ 542 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.


ນະຄອນຮ່າໂນ້ຍ ຍູ້ໄວຄວາມຄືບໜ້າຂອງການກວດວິໄຈ PCR ໃຫ້ແກ່ຜູ້ທີ່ກັບມາຈາກນະຄອນດ່າໜັງ
ນັບແຕ່ວັນທີ
15 ກໍລະກົດ ຫາວັນທີ 29 ກໍລະກົດ (ພາບ: VTV)
      ຕໍ່ໜ້າສະພາບອັນສັບສົນຂອງໂລກລະບາດໂຄວິດ - 19, ນະຄອນຮ່າໂນ້ຍ ໄດ້ສຸມໃສ່່ຍົກສູງກໍາລັງຄວາມສາມາດກວດວິໄຈຫາເຊື້ອ ແລະ ສືບຕໍ່ກວດກາຄືນ, ຍູ້ໄວຄວາມຄືບໜ້າຂອງການກວດວິໄຈ PCR ໃຫ້ແກ່ຜູ້ທີ່ກັບມາຈາກນະຄອນດ່າໜັງ ນັບແຕ່ວັນທີ 15 ກໍລະກົດ ຫາວັນທີ 29 ກໍລະກົດ. ສ່ວນຢູ່ແຂວງກວ໋າງນາມ, ຄະນະກໍາມະການປະຊາຊົນແຂວງກວ໋າງນາມ ໄດ້ຊີ້ນໍາຂະຫຍາຍເຂດແຍກຕົວຕື່ມອີກ 04 ແຫ່ງ ເພື່ອຮັບປະກັນການແຍກຕົວພົນລະເມືອງຢູ່ເຂດທ້ອງຖິ່ນອື່ນໆທີ່ເກີນຂອບຂະໜາດມາປະຕິບັດການແຍກຕົວຢູ່ ກວ໋າງນາມ ຖືກຕ້ອງຕາມຂໍ້ກໍານົດ. ບໍ່ພຽງແຕ່ເທົ່ານັ້ນ, ໃນວັນທີ 19 - 20 ສິງຫາ, ບັນດາອົງການມີໜ້າທີ່ຂອງຫວຽດນາມ ຍັງມານະພະຍາຍາມສົມທົບກັບບັນດາອົງການມີໜ້າທີ່ຂອງ ອາເມລິກາ ເພື່ອຈັດຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມກວ່າ 340 ຄົນ ກັບເມືອປະເທດ ຕາມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດ.  
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top