• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ: ປັດ​ໄຈ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ

ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.
ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)

ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືບັນດາຮ່າງເອກະສານຂອງກອງປະຊຸມໃຫຍ່ໃນຕອນເຊົ້າວັນທີ 21 ມັງກອນ, ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງຄວາມມະຫາສາມັກຄີໃນການປະຕິບັດບັນດາເປົ້າໝາຍພັດທະນາ.

        ເມື່ອປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.

        “ແນວໂຮມປະເທດຊາດຕ້ອງເສີມຂະຫຍາຍໄດ້ບົດບາດສະຫະພັນການເມືອງ, ສະຫະພັນອາສາສະໝັກຂອງບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ບັນດາບຸກຄົນດີເດັ່ນໃນທຸກຊັ້ນວັນນະຂອງສັງຄົມ, ຂອງຊາດ, ສາສະໜາ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດຢູ່ລະດັບສູງ. ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີ, ກົນໄກເຄື່ອນໄຫວຢ່າງແຮງ, ຮອບດ້ານ, ຖືບັນດາບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ປະຊາທິປະໄຕ, ສິດທິພົນລະເມືອງເປັນຈຸດສຸມ”.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top