• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອ​ບ​​ເຮືອນ​ໃໝ່ 100 ຫຼັງ​ໃຫ້​ແກ່​ຄອບ​ຄົວ​ຊົນ​ເຜົ່າ​ສ່ວນ​ໜ້ອຍທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ

ບັນດາເຮືອນຫຼັງໃໝ່ມີຄວາມໝາຍສຳຄັນ, ປະກອບສ່ວນຊ່ວຍປະຊາຊົນມີບ່ອນຢູ່ ທີ່ຖາວອນ, ປອດໄພເພື່ອອຸ່ນອ່ຽງໃຈທຳມາຫາກິນ, ມີເງື່ອນໄຂພັດທະນາດ້ານເສດຖະກິດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ພິທີເປີດນຳໃຊ້ ແລະ ມອບເຮືອນໃໝ່ 100 ຫຼັງໃຫ້ແກ່ບັນດາຄອບຄົວຊາວຊົນເຜົ່າສ່ວນໜ້ອຍທຸກຍາກ (ພາບ:TTXVN)
ວັນທີ 27 ສິງຫາ, ຢູ່ຕາແສງເຈື່ອງເຊີນ, ແຂວງກ໋ວາງຈິ, ກອງບັນຊາການທະຫານຊາຍແດນແຂວງ ສົມທົບກັບທ້ອງຖິ່ນ ແລະ ຜູ້ບໍລິຈາກ ຈັດພິທີເປີດນຳໃຊ້ ແລະ ມອບເຮືອນໃໝ່ 100 ຫຼັງໃຫ້ແກ່ບັນດາຄອບຄົວຊາວຊົນເຜົ່າສ່ວນໜ້ອຍທຸກຍາກ. ໂດຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງຈິ ໂດຍຄະນະຊີ້ນຳແຂວງ ໄດ້ມອບໜ້າທີ່ໂດຍກົງໃຫ້ສືບຕໍ່ສ້າງເຮືອນຢູ່ 256 ຫຼັງ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຂຶ້ນກັບສາມຕາແສງ: ເຢິນຮ້ວາ, ເຈື່ອງເຊີນ ແລະ ກິມເງິນ. ພາຍຫຼັງ ໄດ້ຜັນຂະຫຍາຍມາເປັນ 3 ເດືອນ, ທະຫານຊາຍແດນແຂວງ ກ໋ວາງຈິ ແລະ ບັນດາທ້ອງຖິ່ນໄດ້ປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນໂດຍພື້ນຖານ, ໃນນັ້ນມີເຮືອນຢູ່ 100 ຫຼັງຢູ່ຕາແສງ ເຈື່ອງເຊີນ. ບັນດາເຮືອນຫຼັງໃໝ່ມີຄວາມໝາຍສຳຄັນ, ປະກອບສ່ວນຊ່ວຍປະຊາຊົນມີບ່ອນຢູ່ ທີ່ຖາວອນ, ປອດໄພເພື່ອອຸ່ນອ່ຽງໃຈທຳມາຫາກິນ, ມີເງື່ອນໄຂພັດທະນາດ້ານເສດຖະກິດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top