• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ເງິນ​ຈຳ​ນວນກວ່າ 600 ລ້ານ​ດົ່ງ ແລະ ຜ້າ​ອັດ​ປາກ​ອັດ​ດັງ 225.000 ອັນ ໃຫ້​ແກ່​ປະ​ຊາ​ຊົນ ລາວ

ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເງິນຈຳນວນກວ່າ 600 ລ້ານດົ່ງ ແລະ ຜ້າອັດປາກອັດດັງ 225.000 ອັນ ໃຫ້ແກ່ປະຊາຊົນ ລາວ ເພື່ອຊ່ວຍລາວ ຮັບມືກັບໂລກລະບາດໂຄວິດ - 19.
ຜ້າອັດປາກອັດດັງຂອງ ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ມອບໃຫ້ປະຊາຊົນ ລາວ ກຳລັງໄດ້ຂົນສົ່ງໄປ ລາວ (ພາບ: TTXVN)

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ ລາວ, ໂດຍຜ່ານສະຖານທູດ ລາວ ປະຈຳ ຫວຽດນາມ, ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເງິນຈຳນວນກວ່າ 600 ລ້ານດົ່ງ ແລະ ຜ້າອັດປາກອັດດັງ 225.000 ອັນ ໃຫ້ແກ່ປະຊາຊົນ ລາວ ເພື່ອຊ່ວຍລາວ ຮັບມືກັບໂລກລະບາດໂຄວິດ - 19.

        ທີ່ພິທີມອບ - ຮັບທີ່ຈັດຂຶ້ນໃນວັນທີ 19 ພຶດສະພາ, ທ່ານປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ  - ລາວ ເຈິ່ນວັນຕຸ໊ຍ ກໍສະແດງຄວາມແບ່ງເບົາ ແລະ ການເຫັນອົກເຫັນໃຈຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ລາວ ພວມປະເຊີນໜ້າ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັບ ລາວ ແລະ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19; ທ່ານເຊື່ອໝັ້ນວ່າ ປະເທດລາວ ແລະ ປະຊາຊົນ ລາວ ຈະຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍໄວ, ຟື້ນຟູເສດຖະກິດ - ສັງຄົມ ແລະ ສືບຕໍ່ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top