ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເລແມັງຮຸ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ: ການສອບເສັງແມ່ນ 1 ໃນບັນດາການເຄື່ອນໄຫວອັນແທດຈິງ ມຸ່ງໄປສູ່ການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2020) ເພື່ອແນໃສ່ຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.
ພາຍຫຼັງ 6 ອາທິດ, ມີກ່ວາ 5 ແສນເທື່ອຄົນເຂົ້າຮ່ວມການສອບເສັງຢູ່ທັງໝົດ 63 ແຂວງນະຄອນໃນທົ່ວປະເທດ. ນັບລ້ານເທື່ອຄົນໄດ້ຊອກຮູ້ກ່ຽວກັບປະຫວັດສາດຂອງພັກກອມມູນິດຫວຽດນາມ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 6 ລາງວັນທີ 1, 12 ລາງວັນທີ 2, 18 ລາງວັນທີ 3, 30 ລາງວັນຊົມເຊີຍ. ປ້າຫງວຽນທູຍກຽວ ຢູ່ເງະອານ ໄດ້ຮັບລາງວັນທີ 1 ໃຫ້ຮູ້ວ່າ:
ການສອບເສັງໄດ້ສະໜອງຄວາມຮູ້ພື້ນຖານທີ່ສຸດໃຫ້ແກ່ທຸກຄົນເພື່ອພ້ອມກັນຊອກຮູ້, ກຳໄດ້ວິວັດການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດຫວຽດນາມ. ການສອບເສັງຖືກຜັນຂະຫຍາຍຢ່າງກວ້າງຂວາງ, ຂ້າພະເຈົ້າປາດຖະໜາວ່າ, ການສອບເສັງຈະນຳເອົາຄວາມຮູ້ມາໃຫ້ທຸກຄົນ, ບໍ່ພຽງແຕ່ສະມາຊິກພັກເທົ່ານັ້ນ, ຫາກຍັງນັບທັງປະຊາຊົນຫວຽດນາມ ທຸກຄົນ ຊື່ງແມ່ນຜູ້ທີ່ມີຄວາມເອກອ້າງທະນົງໃຈຍ້ອນມີການນຳພາຂອງພັກ, ເດີນຕາມ ແລະ ປະຕິບັດຕາມແນວທາງທີ່ພັກໄດ້ວາງອອກ.
(ແຫຼ່ງຄັດຈາກ VOV)