• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລາງວັນ​ການ​ແຂ່ງ​ຂັນ ແຕ່ງ​ບົດ​ນິ​ພົນດ້ານ​ການ​ເມືອງ ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ

ຕອນຄ່ຳວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນການແຂ່ງຂັນແຕ່ງບົດນິພົນດ້ານການເມືອງ ປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີ 3 ປີ 2023.
ພິທີມອບລາງວັນ (ພາບ: TTXVN)

ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນ A 10 ລາງວັນ, ລາງວັນ B 20 ລາງວັນ, ລາງວັນ C 32 ລາງວັນ, ລາງວັນຊົມເຊີຍ 60 ລາງວັນ ແລະ ລາງວັນແຫ່ງຄວາມຫວັງ 20 ລາງວັນ. ໂດຍຍາດໄດ້ ລາງວັນ A, ນັກຂ່າວ ກິງບາງ, ຕາງໜ້າກຸ່ມນັກຂ່າວ ໂທລະພາບຕຳຫຼວດປະຊາຊົນ, ກະຊວງ ຕຳຫຼວດ ຫວຽດນາມ ດ້ວຍບົດນິພົນທີ່ມີຊື່ວ່າ “ເປັນເຈົ້າການຮັບຮູ້ ແລະ ຕໍ່ສູ້ກັບກົນອຸບາຍສວຍໃຊ້ບັນຫາຊົນເຜົ່າ, ສາສະໜາຂອງບັນດາອິດທິກຳລັງເປັນປໍລະປັກ” ໃຫ້ຮູ້ວ່າ:

“ປັດຈຸບັນ, ບັນດາອິດທິກຳລັງເປັນປໍລະປັກ ຍັງຫວັງມ້າງເພທຳລາຍພື້ນຖານແນວຄິດຂອງພັກ. ເຂົາເຈົ້າພະຍາຍາມ ແລະ ຕ້ານ, ທຳລາຍຢ່າງບໍ່ຢຸດຢັ້ງ ດ້ວຍຈຸດປະສົງ ລົບລ້າງລະບອບຂອງພັກ. ກຸ່ມນັກຂ່າວພວກຂ້າພະເຈົ້າ ພະຍາຍາມຮັບຮູ້ ແລ້ວຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບທາດແທ້, ແບບວິທີ, ກົນອຸບາຍຂອງເຂົາເຈົ້າ. ໃນຍຸກເຕັກໂນໂລຢີ 4.0 ໃນປັດຈຸບັນ, ບັນດາເປົ້າໝາຍອາດຈະເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງໄດ້ຢ່າງງ່າຍດາຍ. ດັ່ງນັ້ນ, ການປົກປ້ອງພື້ນຖານແນວຄິດໃນປັດຈຸບັນ ແມ່ນໜ້າທີ່ສຳຄັນ ແລະ ຈຳເປັນທີ່ສຸດ.”

ການແຂ່ງຂັນແຕ່ງບົດນິພົນດ້ານການເມືອງ ປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີ 3 ປີ 2023 ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ສະພາທິດສະດີສູນກາງພັກ, ວາລະສານ ຄອມມູນິດ, ໂທລະພາບແຫ່ງຊາດ ຫວຽດນາມ ແລະ ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.  ພາຍຫຼັງປຸກລະດົມມາເປັນເວລາກວ່າ 9 ເດືອນ, ຄະນະຈັດຕັ້ງໄດ້ຮັບບົດນິພົນເຂົ້າຮ່ວມການເສັງກວ່າ 300.000 ບົດ. ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ລາງວັນ A ໜຶ່ງລາງວັນ, ລາງວັນ C ສອງລາງວັນ.     

(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top