• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບເງິນອຸປະຖຳຂອງລັດຖະບານ ອາເມລິກາ ທີ່ໜູນຊ່ວຍປະຊາຊົນທາງພາກກາງຟື້ນຟູພາຍຫຼັງໄພທຳມະຊາດ

ລັດຖະບານ ອາເມລິກາ ໄດ້ຕົກລົງສະໜອງບ້ວງເງິນອຸປະຖຳສຸກເສີນຈຳນວນ 1,25 ລ້ານ USD ຜ່່ານອົງການ CRS ປະຈຳ ຫວຽດນາມ ໃຫ້ແກ່ບັນດາແຂວງ ກວາງງ້າຍ, ຢາລາຍ ແລະ ດັກລັກ.
ພິທີມອບເງິນອຸປະຖຳຟື້ນຟູໄພທຳມະຊາດ

ວັນທີ 23 ທັນວາ, ຢູ່ແຂວງ ຢາລາຍ, ກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ) ໄດ້ສົມທົບກັບສະຖານກົງສູນ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ແລະ ອົງການ CRS ປະຈຳ ຫວຽດນາມ ຈັດພິທີມອບເງິນອຸປະຖຳຟື້ນຟູໄພທຳມະຊາດໃຫ້ແກ່ປະຊາຊົນຢູ່ແຂວງທາງພາກກາງຈຳນວນໜຶ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຕຽນ, ຮອງຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ໄດ້ສົ່ງຄຳຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອາເມລິກາ, ອົງການ CRS ທີ່ໄດ້ໜູນຊ່ວຍປະຊາຊົນ ຫວຽດນາມ ຢ່າງທັນການ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ເປັນປົກກະຕິພາຍຫຼັງໄພທຳມະຊາດໂດຍໄວ.

ຕໍ່ບັນດາຄວາມເສຍຫາຍຢ່າງໜັກໜ່ວງຍ້ອນໄພທຳມະຊາດນັ້ນ, ລັດຖະບານ ອາເມລິກາ ໄດ້ຕົກລົງສະໜອງບ້ວງເງິນອຸປະຖຳສຸກເສີນຈຳນວນ 1,25 ລ້ານ USD ຜ່່ານອົງການ CRS ປະຈຳ ຫວຽດນາມ ໃຫ້ແກ່ບັນດາແຂວງ ກວາງງ້າຍ, ຢາລາຍ ແລະ ດັກລັກ.

ແລະກໍ່ໃນວັນດຽວກັນ, ຄະນະບັນຊາການທະຫານຊາຍແດນນະຄອນ ດ່ານັ້ງ ໄດ້ຈັດສົ່ງພະນັກງານ, ນັກຮົບ 50 ຄົນເຂົ້າຮ່ວມການໜູນຊ່ວຍກໍ່ສ້າງເຮືອນຢູ່ຊ່ວຍປະຊາຊົນຢູ່ເຂດຊາຍແດນ. ຕາມນັ້ນແລ້ວ, ນັບແຕ່ນີ້ຮອດວັນທີ 31 ມັງກອນ 2026, ທະຫານຊາຍແດນທາງນະຄອນ ຈະກໍ່ສ້າງເຮືອນຢູ່ 5 ຫຼັງ ຊ່ວຍໃຫ້ 5 ຄອບຄົວຊາວເຜົ່າ ເກີຕູ ຢູ່ຕາແສງ ໄຕຢາງ, ນະຄອນ ດ່ານັ້ງ. ນີ້ແມ່ນບັນດາຄອບຄົວທີ່ເຮືອນຖືກພັງຖະຫຼົ່ມໃນເຫດຝົນຕົກ, ນ້ຳຖ້ວມທີ່ແກ່ຍາວເມື່ອເດືອນ ຕຸລາ, ພະຈິກ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top