• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບເຂົ້າສານ 200 ລ້ານໂຕນໜູນຊ່ວຍ ຟີລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai

ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ

  ພິທີມອບສັນຍາລັກເຂົ້າສານ 200 ໂຕນ ໃຫ້ລັດຖະບານ, ປະຊາຊົນ ຟີລິບປິນ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai

(ພາບ: TTXVN)  

ຕອນບ່າຍວັນທີ 01 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຮັ່ງ ໄດ້ມອບສັນຍາລັກເຂົ້າສານ 200 ໂຕນ, ມີມູນຄ່າເກືອບ 100.000 USD - ເຊິ່ງແມ່ນຂອງຂວັນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ, ປະຊາຊົນ ຟີລິບປິນ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນມິນຮັ່ງ ເນັ້ນໜັກວ່າ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ, ອູ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ. ຈຳນວນເຂົ້າສານທີ່ ມອບໃຫ້ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຜູ້ປະສົບເຄາະຮ້າຍຈາກພາຍຸ ກໍຄືປາດຖະໜາຢາກປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານ Meynardo Montealegre, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຖືວ່າ, ນີ້ແມ່ນການໜູນຊ່ວຍທີ່ແທດຈິງຂອງ ຫວຽດນາມ ໃຫ້ແກ່ ຟີລິບປິນ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ; ທ່ານຢືນຢັນວ່າຈະຈັດແບ່ງຈຳນວນເຂົ້າສານທີ່ໄດ້ຮັບນີ້ ເພື່ອມອບໃຫ້ປະຊາຊົນຢູ່ເຂດຖືກຜົນສະທ້ອນໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top