• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽນ​ໄຊ​ຫຼຽ​ນ​ກາຂອງ​ລັດ ລາວ​ໃຫ້​ແກ່​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ແຂວງ ໄທ​ງວຽນ

ທ່ານ ຄຳຂັນ ຈັນທະວີສຸກ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ໄທຫງວຽນ ແລະ ຫຼວງພະບາງ ກໍ່ຄືບັນດາແຂວງພາກເໜືອລາວ ຈະນັບມື້ນັບເຂົ້າສູ່ລວງເລິກ.
ພິທີມອບຮັບມອບຫຼຽນໄຊຫຼຽນກາຂອງລັດ ລາວໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນແຂວງ ໄທງວຽນ (ພາບ: TTXVN)

ວັນທີ 20 ມິຖຸນາ, ຢູ່ແຂວງ ໄທງວຽນ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສປປ.ລາວ, ທ່ານຄຳຂັນ ຈັນທະວີສຸກ  ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງພະບາງ ໄດ້ມອບຫຼຽນໄຊຂອງປະເທດ ສປປ.ລາວ ໃຫ້ແກ່ 10 ໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທງວຽນ ຍ້ອນມີຜົນງານດີເດັ່ນ ແລະ ມີການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືລະຫວ່າງສອງແຂວງ ໄທງວຽນ - ຫຼວງພະບາງ.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາພັກແຂວງ, ເຈົ້າແຂວງໆ ຫຼວງພະບາງໄດ້ຢັ້ງຢືນວ່າ ນີ້ແມ່ນລາງວັນອັນສູງສົ່ງຂອງລັດຖະບານ ສປປ.ລາວ, ແມ່ນການຢັ້ງຢືນບັນດາຜົນງານດີເດັ່ນ, ການປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ, ນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ ລາວ - ຫວຽດນາມ. ທ່ານ ຄຳຂັນ ຈັນທະວີສຸກ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ໄທຫງວຽນ ແລະ ຫຼວງພະບາງ ກໍ່ຄືບັນດາແຂວງພາກເໜືອລາວ ຈະນັບມື້ນັບເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ພ້ອມກັບແບ່ງປັນ, ແລກປ່ຽນກ່ຽວກັບບາງຂົງເຂດທີ່ກ່ຽວຂ້ອງເຖິງສະພາບພັດທະນາເສດຖະກິດ - ສັງຄົມ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການຫັນເປັນດີຈີຕອນ…

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top