• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ແກ່ແມ່ຍິງ 2 ປະເທດ

      ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ II ໃຫ້ແກ່ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ
(ພາບ: VGP/Đình Nam)
      ຕອນເຊົ້າວັນທີ 6 ເມສາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ, ໄດ້ຈັດພິທີມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງ 2 ປະເທດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
        ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ II ໃຫ້ແກ່ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຫະພັນແມ່ຍິງ ລາວ; ຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ຮອງປະທານສະຫະພັນແມ່ຍິງລາວ 3 ທ່ານນາງ; ແລະ ຫຼຽນໄຊມິດຕະພາບໃຫ້ 15 ໝູ່ຄະນະ, ບຸກຄົນຂອງສະຫະພັນແມ່ຍິງບັນດາແຂວງ, ນະຄອນຂອງລາວ.

ບັນດາບຸກຄົນໄດ້ຮັບຫຼຽນໄຊ ໃນຄັ້ງນີ້
(ພາບ: VGP/Đình Nam)
              ໂດຍໄດ້ຮັບການມອບສິດຈາກການນຳພັກ, ລັດ ລາວ, ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຫະພັນແມ່ຍິງ ລາວ ໄດ້ມອບຫຼຽນໄຊມິດຕະພາບໃຫ້ 10 ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງບັນດາແຂວງ, ນະຄອນຂອງ ຫວຽດນາມ; ມອບຫຼຽນເສລີພາບຊັ້ນ III ໃຫ້ຮອງປະທານສະຫະພັນແມ່ຍິງ ຫວຽດນາມ 3 ທ່ານນາງ; ແລະ ຫຼຽນໄຊແຮງງານຊັ້ນ III ໃຫ້ 10 ໝູ່ຄະນະ, ສ່ວນບຸກຄົນສະຫະພັນແມ່ຍິງບັນດາແຂວງຂອງ ຫວຽດນາມ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ຊີ້ແຈ້ງວ່າ:
        ຂ້າພະເຈົ້າສະເໜີໃຫ້ອຳນາດການປົກຄອງຂອງ ຫວຽດນາມ ແລະ ລາວ ທຸກຂັ້ນພ້ອມກັນເອົາໃຈໃສ່, ສ້າງເງື່ອນໄຂໃຫ້ເປັນຢ່າງດີທີ່ສຸດເພື່ອໃຫ້ສະຫະພັນແມ່ຍິງ ຂອງ ປະເທດ ຜັນຂະຫຍາຍບັນດາລາຍການ, ບັນດາຂໍ້ຕົກລົງເຊິ່ງພວມເຮົາໄດ້ພ້ອມກັນລົງນາມໃຫ້ເປັນຢ່າງດີ. ພິເສດ, ຂ້າພະເຈົ້າຫວັງວ່າ ສະຫະພັນແມ່ຍິງ 2 ປະເທດ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມກັນຖອດຖອນບົດຮຽນ, ພ້ອມກັນກ້າວໜ້າ, ບົນຈິດໃຈຄືເອື້ອຍນ້ອງໃນຄອບຄົວດຽວກັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top