• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ເອກອັກຄະລັດຖະທູດ ອາແຊກໄບຢານ ປະຈຳ ຫວຽດນາມ

ວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.

ທ່ານນາງ ຫງວຽນເຟືອງງາ ມອບຫຼຽນກາທີ່ລະນຶກ ໃຫ້ ທ່ານເອກອັກຄະລັດຖະທູດ Anar Imanov (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເນັ້ນໜັກວ່າ: ດ້ວຍຖານະເປັນເອກອັກຄະລັດຖະທູດຄົນທຳອິດຂອງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Anar Imanov ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ. ການພົວພັນນີ້ ພວມນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ, ລົງເລິກຫລາຍຂົງເຂດຄື: ເສດຖະກິດ, ການຄ້າ, ນ້ຳມັນອາຍແກັດ, ການປ້ອງກັນຊາດ, ການສຶກສາ - ບຳລຸງສ້າງ ແລະ ການພົວພັນລະຫວ່າງປະຊາຊົນ.

        ສ່ວນທ່ານເອກອັກຄະລັດຖະທູດ Anar Lachin Oglu Imanov ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາແຊກໄບຢານ ເວົ້າລວມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະຖານທູດ ອາແຊກໄບຢານ ເວົ້າສະເພາະ ຈະສືບຕໍ່ປະສົບຜົນສຳເລັດ, ພັດທະນາໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.

Top