• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນເລີ່ມຕົ້ນທຸລະກິດປີ 2020

      ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ  ໄດ້ຈັດຕັ້ງພິທີມອບລາງວັນການເສັງເລີ່ມຕົ້ນທຸລະກິດປິ 2020 ດ້ວຍຫົວຂໍ້ “ເລີ່ມຕົ້ນທຸລະກິດປະດິດຄິດສ້າງ - ເຊື່ອມຕໍ່ຜົນສຳເລັດ”. 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ (ພາບ: VGP)
      ທີ່ພິທີ, ມີ 68 ໂຄງການດີເດັ່ນ, ພິເສດແມ່ນ 28 ໂຄງການຂອງຄົນພິການເພດຍິງ ແລະ 10 ໂຄງການຂອງນັກສຶກສາ ໄດ້ຮັບການເຊີດຊູ. ບັນດາແຜນຮ່າງໄດ້ເຊີດຊູການເຊື່ອມຕໍ່ລະຫວ່າງນັກວິທະຍາສາດ ກັບຊາວກະສິກອນ, ການເຊື່ອມຕໍ່ລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກອຸປະໂພກ, ລະຫວ່າງບັນດາຜູ້ຜະລິດໃນຮູບແບບເສດຖະກິດ; ຕິດພັນກັບເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫວັງວ່າ ຜ່ານການເສັງຄັ້ງນີ້, ນ້ຳໃຈເລີ່ມຕົ້ນທຸລະກິດຈະແຜ່ຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງໃນທົ່ວປະເທດ, ມີຫຼາຍວິສາຫະກິດ, ນັກທຸລະກິດເລີ່ມຕົ້ນທຸລະກິດຕື່ມອີກ, ຊຸກຍູ້ການພັດທະນາຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ມີບັນດາການເຄື່ອນໄຫວແທດຈິງ, ອຸດົມສົມບູນກວ່າອີກ ເພື່ອໃຫ້ຄຳປຶກສາ ແລະ ໜູນຊ່ວຍແມ່ຍິງມີຄວາມກ້າຫານເລີ່ມຕົ້ນທຸລະກິດ, ປຸກລຸກນ້ຳໃຈຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ວົງຄະນະຍາດຢ່າງຖືກຕ້ອງຕາມກົດໝາຍ. ພ້ອມກັນນັ້ນ, ສະມາຊິກສະຫະພັນແມ່ຍິງແຕ່ລະຄົນ ຕ້ອງຕັ້ງໜ້າຮຽນ, ຊອກຮູ້ໃນຫຼາຍຂົງເຂດ, ຕັດສິນໃຈພ້ອມກັນກໍ່ຮ່າງສ້າງຕົວ, ເລີ່ມຕົ້ນທຸລະກິດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top