ກ່າວຄຳເຫັນທີ່ການມອບຫນ້າທີ່ໃຫ້ແກ່ນາຍທະຫານ, ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮຽກຮ້ອງບັນດານາຍທະຫານ ຮັບປະກັນຄວາມປອດໄພຢ່າງເດັດຂາດໃນວິວັດການປະຕິບັດຫນ້າທີ່ຢູ່ນອກພື້ນທີ່ ຍ້ອນສະພາບການຄວາມໝັ້ນຄົງຍັງສັບສົນທີ່ສຸດ, ຍາກທີ່ຄາດຄະເນລ່ວງຫນ້າໄດ້; ເຊື່ອມຊຶມ ແລະ ປະຕິບັດ ແຜນນະໂຍບາຍ,ແນວທາງຂອງພັກ, ກົດໝາຍຂອງລັດ ແລະການວິໄນຂອງກອງທັບຢ່າງເຂັ້ມງວດກໍ່ຄືຂໍ້ກຳນົດຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈຳຖິ່ນ. ຜ່ານນັ້ນ ແຜ່ລາມບັນດາຄຸນທາດອັນດີງາມຂອງກອງທັບ, ຂອງອ້າຍທະຫານລຸງໂຮ່ ກໍ່ຄືພາບພົດກ່ຽວກັບປະເທດຊາດແລະຊາວຫວຽດນາມ ເພື່ອໃຫ້ປະຊາຊົນ ອຳນາດການປົກຄອງ, ເພື່ອນຮ່ວມງານ ແລະເພື່ອນມິດສາກົນເຊື່ອໝັ້ນ ແລະຮັກແພງ,ເຄົາລົບ.







