• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.
ທີ່ລາຍການ ບຸນເຕັດແຫ່ງຄວາມເມດຕາປານີ 2025 (ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີມະເສັງ, ບັນດາທ້ອງຖິ່ນໄດ້ຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອເບິ່ງແຍງດູແລ, ນຳເອົາບຸນເຕັດມາໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ.

ຕອນບ່າຍວັນທີ 16 ມັງກອນ, ຄະນະກຳມະການປະຊາຊົນແຂວງ ວິງຟຸກ ໄດ້ຈັດລາຍການ ບຸນເຕັດແຫ່ງຄວາມເມດຕາປານີ 2025 ແລະ “ຕະຫຼາດບຸນເຕັດແຫ່ງຄວາມເມດຕາປານີ” ໃຫ້ແກ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ; ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ. ນອກນັ້ນ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສະພາກາແດງແຂວງ ກໍ່ໄດ້ມອບຂອງຂວັນບຸນເຕັດໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ 20 ຄົນຢູ່ແຂວງ.

ໃນວັນດຽວກັນ, ຢູ່ຕາແສງ ກົວດັງ (ເມືອງ ກື ເມິກາ), ສະພາກາແດງແຂວງ ດັກລັກ ໄດ້ສົມທົບກັບຫົວໜ່ວຍອຸປະຖຳຈັດລາຍການ “ລະດູບານໃໝ່ແຫ່ງຄວາມຮັກແພງ - ບຸນເຕັດແບ່ງປັນ” ປີ 2025. ຄະນະຈັດຕັ້ງໄດ້ມອບຂອງຂວັນ 350 ພູດໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ 350 ຄອບຄົວ.

ແລະກໍ່ໃນວັນດຽວກັນ, ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ມອບເງິນໜູນຊ່ວຍການລ້ຽງຊີບ ແລະ ຂອບຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ບັນດາເມືອງ ເອອາ ເຮິແລວ, ກຣົງນັງ ແລະ ກຣົງບຸກ, ແຂວງ ດັກລັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.

Top