• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຂອງຂວັນຂອງປະທານສະພາແຫ່ງຊາດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ທາຍງວຽນ

ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ປະທານ ໂຮ່ຈີມິນ ຢູ່ເຮືອນອາໄລຫາ ເພິ່ນ, ຢູ່ຕາງແສງ ຝູດິ່ງ, ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ.
ທ່ານນາງເລຂາພັກແຂວງ ທາຍງວຽນ ຫງວຽນຫງວ້ຽນແທັງຫາຍ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ. (ພາບ: TTXVN)
ວັນທີ 28 ມັງກອນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ, ເມືອງ ດິ້ງຮວາ, ແຂວງ ທາຍງວຽນ, ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ປະທານ ໂຮ່ຈີມິນ ຢູ່ເຮືອນອາໄລຫາ ເພິ່ນ, ຢູ່ຕາງແສງ ຝູດິ່ງ, ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ. ເນື່ອງໃນໂອກາດນີ້, ທ່ານນາງເລຂາພັກແຂວງ ທາຍງວຽນ ຫງວຽນຫງວ້ຽນແທັງຫາຍ ແລະ ທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມອບຂອງຂວັນ 500 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນເມືອງ ດິ້ງຮວາ. ຢູ່ແຂວງ ທາຍງວຽນ, “ສັບປະດາເຄື່ອນໄຫວບຸນເຕັດເພື່ອຄົນທຸກຍາກປີ 2022” ໂດຍຄະນະພັກແຂວງ ທາຍງວຽນ ປຸກລະດົມໄດ້ຮັບເງິນກວ່າ 34 ຕື້ດົ່ງ ໂດຍບັນດາຜູ້ໃຈບຸນໃຈກຸສົນ, ຫົວໜ່ວຍ, ອົງການຈັດຕັ້ງສະໜັບສະໜູນ. ແຫຼ່ງການເງິນດັ່ງກ່າວໄດ້ປະກອບສ່ວນລະດົມກຳລັງໃຈໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດປີຂານ 2022.
(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top