• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີລິບປິນ ຮຽກຮ້ອງໃຫ້ ອາຊຽນ ຮັກສາ UNCLOS ແລະ ຍູ້ໄວຄວາມຄືບໜ້າການເຈລະຈາ COC

ຄວາມຢຶດໝັ້ນຂອງ ຟີລິບປີນ ໃນການບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.

ທ່ານນາງ Junever Mahilum-West. - ພາບ: DFA

ອາຊຽນ ຄວນຮັກສາສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຄືດັ່ງກອບນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວທັງໝົດຢູ່ທະເລ. ນີ້ແມ່ນຄຳຖະແຫຼງຂອງທ່ານນາງ Junever Mahilum-West, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຟີລິບປິນ ຮັບຜິດຊອບບັນຫາ ອາຊຽນ, ຫົວໜ້າກົມ ອາຊຽນ - ຟີລິບປິນ ທີ່ເວທີປາໄສທະເລ ອາຊຽນ (AMF) ຄັ້ງທີ 10 ແລະ ເວທີປາໄສທະເລອາຊຽນ ເປີດກ້ວາງ (EAMF) ຄັ້ງທີ 8 ເຊິ່ງຫາກໍ່ໄດ້ຈັດຕັ້ງຕາມຮູບການທາງອອນລາຍ. ໃນແຈ້ງການຂ່າວວັນທີ 17 ທັນວາ, ທ່ານນາງ Mahilum-West ໄດ້ສະແດງຄຳໝັ້ນສັນຍາກ່ຽວກັບ ຄວາມຢຶດໝັ້ນຂອງ ຟີລິບປີນ ໃນການບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top