• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີມຮູບເງົາເລື່ອງ “ຄວາມສຸກຂອງແມ່” ເປີດສັບປະດາໜັງອາຊຽນ 2020

      ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສູນສາຍຮູບເງົາແຫ່ງຊາດ (ເຮືອນເລກທີ 87 ລ໊າງຮະ, ເມືອງ ບາດິ່ງ, ຮ່າໂນ້ຍ) ໄດ້ຈັດພິທີເປີດສັບປະດາຟີມຮູບເງົາອາຊຽນ 2020 ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ, ຜູ້ຕາງໜ້າສະຖານທູດບັນດາປະເທດທີ່ມີ ຟີມຮູບເງົາສາຍໃນສັບປະດາໜັງຄັ້ງນີ້.

ຟີມຮູບເງົາເລື່ອງ “ຄວາມສຸກຂອງແມ່”  (ພາບ: thethaovanhoa.vn
      ກ່າວຄຳເຫັນທີ່ພິທີໄຂ, ທ່ານຕະກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ປະທານອະນຸຄະນະກຳມະການໂຄສະນາວັດທະນະທຳ - ຄະນະກຳມະການແຫ່ງຊາດອາຊຽນ 2020 ໄດ້ເໜັ້ນນັກວ່າ: ດ້ວຍເປົ້າໝາຍແນະນຳ ວັດທະນະທຳ, ການດຳລົງຊີວິດ ແລະ ຊາວປະຈຳຖິ່ນຂອງບັນດາປະເທດສະມາຊິກອາຊຽນ, ເພີ່ມທະວີຄວາມຮູ້ເຊິ່ງກັນແລະ ກັນລະຫວ່າງປະຊາຊົນຂອງບັນດາປະເທດໃນພາກພື້ນ
            ປະກອບສ່ວນເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການລົງທຶນດ ພັດທະນາການທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເປັນປະທານຈັດຕັ້ງ ສັບປະດາ ຟີມຮູບເງົາອາຊຽນ 2020 ຢູ່ 3 ນະຄອນໃຫຍ່ - ຊື່ງແມ່ນສະຖານທີ່ຈັດຕັ້ງບັນດາເຫດການສຳຄັນໃນປີເປັນປະທານອາຊຽນ 2020 ຢູ່ ຫວຽດນາມ.
            ສັບປະດາ ຟີມຮູບເງົາອາຊຽນ 2020 ມີການເຂົ້າຮ່ວມຂອງບັນດາປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ປະເທດເຈົ້າພາບຫວຽດນາມ. ພາຍຫຼັງ ພິທີໄຂ, ຮູບເງົາເລື່ອງ “ຄວາມສຸກຂອງແມ່” ຂອງຫວຽດນາມ ໄດ້ເລືອກເອົາມາສາຍເພື່ອຮັບໃຊ້ບັນດາຜູ້ແທນ ແລະ ປະຊາຊົນນະຄອນຫລວງ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top