• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພ້ອມກັນປະຕິບັດລາຍການ “ເດືອນ ມີນາ ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ”

ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (03 ມີນາ 1959 – 03 ມີນາ 2023) ແລະ ສະໜັບສະໜູນເດືອນຊາວໜຸ່ມ 2023.
  (ລາຍການ “ເດືອນ ມີນາ ເຂດຊາຍແດນ”)  

ຕອນເຊົ້າວັນທີ 03 ມີນາ, ຢູ່ດ່ານຊາຍແດນ ຈີມາ, ແຂວງ ລ້າງເຊີນ; ດ່ານຊາຍແດນ ລາວບາວ, ແຂວງ ກວາງຈີ້ິ້; ແລະ ຕາແສງ ເຕີນແຄງຮ່ວາ, ເມືອງຊາຍແດນ ຢາງແທັງ, ແຂວງ ກຽນຢາງ, ໄດ້ພ້ອມກັນປະຕິບັດລາຍການ “ເດືອນ ມີນາ ເຂດຊາຍແດນ”. ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (03 ມີນາ 1959 – 03 ມີນາ 2023) ແລະ ສະໜັບສະໜູນເດືອນຊາວໜຸ່ມ 2023.

ລາຍການເດືອນ ມີນາ ເຂດຊາຍແດນ ປີນີ້ດ້ວຍນ້ຳໃຈ “ຊາວໜຸ່ມ ຫວຽດນາມ ມີການກະທຳເພື່ອເສັ້ນຊາຍແດນຂອງປະເທດຊາດ”. ໃນມື້ທຳອິດຂອງການເຄື່ອນໄຫວລາຍການ (03 ມີນາ), ສະຫະພັນຊາວໜຸ່ມ ຫວຽດນາມ ບັນດາແຂວງ, ນະຄອນຕິດກັບຊາຍແດນ ໄດ້້ພ້ອມກັນປະຕິບັດການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງຢູ່ບັນດາບໍລິເວນປະສົບກັບຄວາມຫຍຸ້ງຍາກ, ຄື: ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ ແລະ ນັກຮຽນປະສົບກັບຄວາມຫຍຸ້ງຍາກ, ຜັນຂະຫຍາຍບັນດາກິດຈະກຳ “ແສງໄຟເສັ້ນຊາຍແດນ”, “ເຮືອນແຫ່ງຄວາມຜາສຸກ”… ກ່າວຄຳເຫັນທີ່ການເຄື່ອນໄຫວຢູ່ດ່ານຊາຍແດນ ຈີມາ, ແຂວງ ລ້າງເຊີນ, ອ້າຍ ຫງວຽນງອັກເລືອງ, ເລຂາຜູ້ປະຈຳການຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ໃຫ້ຮູ້ວ່າ:

“ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້, ເພື່ອນໜຸ່ມແຕ່ລະຄົນ ດ້ວຍນ້ຳໃຈກະຕືລືລົ້ນ, ດ້ວຍໜ້າທີ່ຄວາມຮັບຜິດຊອບຂອງຕົນ ຈົ່ງເຂົ້າຮ່ວມການເຄື່ອນໄຫວໃຫ້ຫຼາຍກວ່າ ດ້ວຍວຽກງານລະອຽດ ເພື່ອໃຫ້ເດືອນ ມີນາ ຊາຍແດນຄັ້ງນີ້ປະສົບຜົນສຳເລັດ, ສ້າງຂີດໝາຍຢ່າງເລິກເຊິ່ງຕໍ່ສັງຄົມ. ພິເສດ, ຜ່ານລາຍການ, ເພື່ອນໜຸ່ມແຕ່ລະຄົມຈະມີເງື່ອນໄຂເຕີບໃຫຍ່ໃນທຸກດ້ານ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວລວມ”.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top